ດົນມາແລ້ວທີ່ຂ້າພະເຈົ້າບໍ່ໄດ້ອັບ ບລ໊ອກຂອງໂຕເອງ ມົວແຕ່ວຸ້ນໆຢູ່ກັບສິ່ງອື່ນທີ່ບໍ່ເກີດປະໂຫຍດສຸກ
ແລ່ນນຳນັ້ນນຳນີ້ ຈົນຊີວິດມັນເບີ່ງແລ້ວເປັນວຸ້ນວາຍແບບໃດ ແບບຫນຶ່ງ ຕັ້ງແຕ່ໄດ້ວຽກໃຫມ່ກໍ່ໄດ້ ລາມໄປເລື້ອຍ
ລວມທັງເລື່ອງເຮັດບົດ ຈັ່ງແມ່ນຄັກຕອນນີ້ບໍ່ເຫັນວິນຍານໃບປະກາດໄປແລ້ວ ເອີ່ເນາະຄິດໄປມາແລ້ວງົງໂຕເອງ
ຕັ້ງແຕ່ໃດມາຂ້າພະເຈົ້າມັກເກີດຄຳຖາມໃຫ້ແກ່ໂຕເອງເຊັ່ງ ເພາະຫຍັງ ເປັນຫຍັງ ແລະຫາກວ່າ ຄຳຖາມປະມານນີ້
ມັກເກີດຂື້ນໃນຄວາມຄິດສ່ວນເລິກໃນສະຫມອງເປັນສ່ວນໃຫຍ່ ແບບບໍ່ຕັ້ງໃຈຄິດຊີ້ເນະ ເອີ້ປະມານນັ້ນແຫລະ
ມາເຂົ້ານ້ຳເປັນຕ່ອນກັນດີກ່ວາ ຄືຊ່ວງນີ້ເລີ່ມເບື່ອກັບການ ຕ້ອງມາແລ່ນຕາມ ທຸກຢ່າງ ຄືອັນຄຳວ່າຢາກມີນີ້ນະ
ບໍ່ແມ່ຂ້າພະເຈົ້າດອກທີ່”ຢາກ” ແຕ່ຫາກແມ່ຄົນອ້ອມຂ້າງ ທັງແມ່ທັງນ້ອງ ແລະຄົນທົ່ວໄປຕ່າງ ກໍ່ມັກປ່ອຍລົມປາກ
ອອກມາເປັນຄຳວ່າ ຢາກ ຢາກ ຢາກ ກັນທັງນັ້ນ ທຳມະດາແລ້ວກໍ່ເລື່ອງຂອງເຂົາເຣົາບໍ່ເດືອດຣ້ອນຫຍັງດອກ
ຫາກແຕ່ມັນລຳຄານ ພວກທ່ານຊິຢາກມີໄປຮອດໃສ ການທີ່ເຮົາມີລົດດີໆ ຂີ່ ເຮືອນຫລັງໃຫຍ່ໆ ຢູ່ ເງິນຫລາຍໆ
ທໍ່ນັ້ນບໍ່ຄືຄວາມສຸກຂອງທ່ານ ເວົ້າໄປແລ້ວໂຕເຣົາເອງກໍ່ບໍ່ຕ່າງຫຍັງຈາກຄົນເລົ່ານັ້ນ ຂ້າພະເຈົ້າຢາກມີຄວາມສຸກ ກໍ່ເທົ່ານັ້ນ
ກໍ່ໃຊ້ຊີວິດໄປໆ ຕາມແຕ່ລະມື້ ມີຄວາມສຸກຈາກ ເອວີ ແນ່ ຈາກນັ້ນນີ້ແນ່ ແຕ່ກະຮູ້ສຶກວ່າ ມັນຂາດຫຍັງຈັກຢ່າງໄປຢູ່ດີ
ອັນໂຕເຮົາເອງເປັນພວກ ຫົວບູຮານສະໄຫມໃຫມ່ ຄືບໍ່ຢາກໄດ້ໃຫມ່ຖ້າອັນເກົ່າມັນດີຢູ່ ບໍ່ຢາກຈາກບ່ອນຢູ່ຂອງໂຕເອງໄປໃສ
ທັ້ງທີ່ຢູ່ແລ້ວມີຄວາມສຸກ ອານາຄົດແນ່ນອນມັນກໍ່ຄືຄວາມບໍ່ແນ່ນອນບໍ່ວ່າໃຜເມື່ອຮອດມື້ມັນກໍ່ຕາຍ ແຕ່ຕອນຢູ່ນີ້ແຫລະຈະເຮັດແນວໃດ
ໃຫ້ມີຄວາມສຸກ ເບາະ ຫຶ
ບອກແນ່
ປລ. ມີເຫດຈຳເປັນຕ້ອງໄດ້ໄປຕ່າງປະເທດເປັນເວລາຢາວນານ ບໍ່ຢາກໄປອີ່ຫລີ ບ້ານເຮົາມັນດີຢູ່ແລ້ວ
Posted in ຊີວິດແລະມິດຕະພາບ | No Comments »
ສອງສາມມື້ມານີ້ບໍຄ່ອຍມີເວລາເຮັດຫຍັງ ແຖມລາວຊ້າກໍເຂົ້າບໍໄດ້ເພາະມີບັນຫາກັບດາຕ້າເບສ ຫນ້ອຍຫນື່ງ
ເອົາລະມາເຂົ້າເລື່ອງເລີຍ ຕອນນີ້ກໍກຳລັງ ເທນນີ້ງຢູ່ດົງໂດກ ກ່ຽວກັບ LINUX ໃນຫົວຂໍ້ linux training of trainer(LToT)
ເພື່ອຊິເສັງເອົາ certification LPI LEVEL 1 ວ່າຊັ້ນ ແຕ່ງົງຊິບເພາະເປັນພາສາອັງກິດຫມົດ ສ່ວນເລື່ອງລາວທີ່ມາທີ່ໄປເປັນແນວໃດ໋ເອົາ
ໄວ້ເວົ້າໃນພາຍຫນ້າ ຫຶຫຶ

ສອງມື້ມານີ້ ກໍໄດ້ຮຽນກ່ຽວກັບ basic linux ນັ້ນແຫລະຕັ້ງແຕ່ເລີ່ມຈົນ ງົງ
ມີຄົນລາວນຳກັນສີ່ຄົນ ຫ້າລາວທັງ ອ້າຍອະນຸສັກ
ສ່ວນເຮົາເອງກໍເພີ່ງພາໃບບຸນຂອງos555 ເກາະຕິດສະຖານະະການ ວະຮະຮາ
ຫມົດແຫລະມາບອກແລ້ວກໍໄປ
ປລ% ບໍໄດ້ຖ່າຍຮູບຫມຼ່ເພາະເມົາມົວນຳນາລີ Dr Francis Os and me
Posted in ຊີວິດແລະມິດຕະພາບ | No Comments »
ແລະແລ້ວຂ້າພະເຈົ້າກໍ່ຕັດສິນໃຈໄດ້ ກໍ່ແບບກຶນບໍ່ເຂົ້າຄາຍບໍ່ອອກ ຕັດສິນໃຈບໍ່ໄດ້ ເດັດຂາດແຕ່ໄປລົມກັບຫົວຫນ້າບອອກວ່າສິ້ນເດືອນຂໍອອກຈາກ ກະຊວງ
ເຫີ່ເຫີ່
ເພາະຫຍັງຈຶ່ງເລືອກບໍລິສັດເອກະຊົນເຫດຜົນງ່າຍໆ
1. ຂ້າພະເຈົ້າຢັງໄວລຸ້ນຢູ່ 21 ປີ ຢາກເຫັນຫຍັງທີ່ຫລາຍກ່ວາ
2. ທິໂກ້ ຟຣີໄຕສ ສະບາຍໃຈ(ຍ້ອມຜົມໄດ້ -..-)
3. ເຮັດກັບເອກະຊົນກົດດັນດີ ໄດ້ພັດທະນາໂຕເອງ ( ມີແຕ່ຄົນເກັ່ງໆ )
4. ວຽກກັບທິໂກ້ຖືກກັບຄວາມຕ້ອງການ
5. ເງິນ >
6. ມີແຕ່ສາວຫນ້າຮັກ
7. ເຮັດຫຍັງກໍ່ໄດ້ອັນນັ້ນ(ກັບເອກະຊົນ)
8. ອີກຫລາຍເຫດຜົນບໍ່ສາມາດເອົາມາເວົ້າໄດ້
ນັ້ນແຫລະກໍ່ເອົາເປັນວ່າຂ້າພະເຈົ້າໄດ້ເລືອກໄປແລ້ວແລະກໍ່ເລືອກ tigo ຫວັງວ່າຫລາຍຢ່າງຈະດີຂື້ນຫລັງຈາກປີໃຫມ່ລາວ
ສ່ວນໃນເດືອນນີ້ກໍ່ຮຽນຮູ້ວຽກໄປພາງພາງກ່ອນ + ຈັດການວຽກທີ່ເຫລືອໃນກະຊວງ
ທີ່ຍັງບໍ່ຫມົດຄື ບົດຈົບປະລິນຍາຕີ ຍັງບໍ່ໄດ້ເຮັດຫຍັງເລີຍ -*- ກໍ່ກະວ່າເດືອນສີ່ຈະເຮັດໃຫ້ແລ້ວ (ຫວັງວ່າ)
ສູ້ຕໍ່ໄປ thippy
Posted in ຊີວິດແລະມິດຕະພາບ | 2 Comments »
ກໍ່ຄິດວ່າຈະບໍ່ຂຽນແລ້ວ ມັນກໍາຈັ່ງໃດຯ ຢູ່ ແບບວ່າຊ່ວງນີ້ຂ້າພະເຈົ້າເອງເຣັດວຽກສອງ ຍາມ ຕອນ 8-16.30 ເຣັດຢູ່ກະຊວງ…..(ຄິດເອງ)
ແລ້ວ 5-9 ກໍ່ຕໍ່ຢູ່ ທິໂກ້ໄປເຣັດເປັນ software-engineering ຢູ່ຫັ້ນ ອືມກໍ່ດີຢູ່ ແຕ່ມັນບັງເອີນເຫລືອເກີນທີ່ ສັນຍາຢູ່ກະຊວງກຳລັງຈະຫມົດລົງ
ຂ້າພະເຈົ້າຖືກຈ້າງໃນຖານະ ສັນຍາຈ້າງ ແລະຈະຫມົດ ລົງສີ້ນເດືອນນີ້ ແລ້ວບາດນີ້ ຢູ່ທິໂກ້ ກໍ່ມີສັນຍາພາສທາມໃຫ້ເຣົາພຽງສອງເດືອນ ຄື 3 ແລະ 4
ແລ້ວຫລັງຈາກນັ້ນໃກ້ມາເຮັດຟຣູທາມ
ອໍ່ມັນຊ່າງບັນຈົບກັນອີ່ຫລີ ແຕ່ວ່າບັນຫາຄື ຖ້າຢູ່ກະຊວງຕໍ່ກໍ່ໄດ້ ແລະອອກ ກໍ່ໄດ້ ມາຢູ່ທິໂກ້ ໄດ້ ສິ່ງແບບວ່ານັ້ນແຫລະດີກ່ວາ….ອືມເນາະ
ເອົາແນວໃດດີ ຕອນນີ້ກໍ່ຕັດສິນໃຈບໍ່ໄດ້ໃຈຫນຶ່ງຣັກ ໃຈຫນຶ່ງມັກ
ຊິເລືອກຄົນທີ່ຫມັ້ນຄົງກັບເຮົາໄປຕລອດຊີວິດ(maybe)ແຕ່ລຳບາກ ຫລື ເອົາຄົນທີ່ງາມ xxx ເກັ່ງ ມັນ ເລົ້າໃຈ ສຸດ xx ສຸດຕຮີນນນ ນາງແບບ ແຕ່ບໍ່ຮູ້ອານາຄົດ(ລ້ຽງເຮົາອີກ)
ແລ້ວຂ້າພະເຈົ້າຈະເລືອກໃຜຕິດຕາມໄດ້ຕອນຕໍ່ໄປ
Posted in ຊີວິດແລະມິດຕະພາບ | No Comments »
ມື້ນີ້ 25/2/09 ມີປ້ອງກັນບົດຢູ່ ມ ຊ (ບົດຈົບປະລິນຍາຕີ)
ກໍ່ແບບວ່ານັ້ນແຫລະ ກ່ອນຂຽນໂຄງການກໍ່ມີ ສົງຫົວຂໍ້ ໂພໂບໂຊ ບຣາບຣາບຣາ ແລະເລື່ອງບ້າໆອີກ ສິບເລື່ອງ
ກໍ່ຮອດເວລາ ທີ່ເຮົາຂື້ນໄປພຣີເຊັນບົດ ອືມ ອືມ ຫົວຂໍ້ຂອງເຮົາແມ່ນ ລະບົບປະຕິບັດການພ້ອມໃຊ້ສຳຫລັບ webserver
ແຕ່ຕອນສົງໂພໂບໆ ຜ່ານມອາທິດຫນື່ງກໍ່ບໍ່ເວົ້າຫຍັງ ແຕ່ພໍມາຮອດ ມື້ນີ້ພໍແຕ່ຂື້ນໄປ ເພີ່ນກໍ່ເວົ້າຂື້ນວ່າ ໂອ່ ແບບນີ້ ມັນມີແລ້ວ
ອືມ ມີແຕ່ ຂ້າພະເຈົ້າເອົາມາເຮັດໃຫ້ມັນພ້ອມໃຊ້ວຽກສຳຫລັບຄົນລາວເລີຍມັນຜິດຫວາ ງົງ
ແລ້ວອາຈານກໍ່ຖາມວ່າ
໑. ເປັນຫຍັງຕ້ອງມາເຮັດ opensource
໒. ເຮັດໄປແລ້ວໄດ້ຫຍັງ
ເປັນຫຍັງຕ້ອງມາເຮັດ ໂອ່ເພັນຯ ອືມ…. ອັນນີ້ຂໍບໍ່ເວົ້າຫຍັງຫລາຍມັນສະແດງອອກຢູ່ຫລາຍໆ ສິ່ງທີ່ເຮົາເຮັດມາ
ແລະຫນື່ງໃນນັ້ນກໍ່ຄື laoubuntu.com (ແຕ່ບໍ່ໄດ້ບອກອາຈານແບບນີ້ດອກ) ກໍ່ບອກອາຈາໄປເຖິງເຫດຜົນຕ່າງໆນາໆ
ເຫດການຕ່າງໆ ທີ່ກຳລັງຈະເກີດຂື້ນ ແຕ່ກໍ່ຖືກຕັດບົດ (ອີກແລ້ວ) ເອົາເປັນວ່າບໍ່ຍອມຮັບແນວຄິດຂອງເຮົາຫລື ບໍ່ມີເວລາ ຯຯຯ
ສ່ວນອັນທີ່ວ່າເຮັດໄປແລ້ວໄດ້ຫຍັງ ເຮົາກໍ່ບອກແຕ່ວ່າ webserver ກໍ່ຢາກອະທິບາຍໄປໃຫ້ເຂົ້າໃຈກັນແຈ່ມແຈ້ງຫມົດທຸກຄົນແຕ່ວ່າ
ກໍ່ຖືກຕັດ ຕັດ ແບບວ່າແຫລະ ສະຫລຸບແລ້ວບໍ່ຢາກໃຫ້ເຮົາເຮັດ ແຕ່ ບອກໄປເບີ່ງ mobileOS Voip ແລ້ວມັນຕ່າງຈາກ webserver ພ້ອມໃຊ້ຂອງ ກຣູ ບ່ອນໃດເລີ່ມທໍ້ແລ້ວ ເຮັດຫຍັງກໍ່ມີອຸປະສັກ ດຽປັດ ຫາເມຍລວຍໆ ແລ້ວໃຊ້ຊີວິດຫມາ ຫມາດີກ່ວາ
ເປັນຫຍັງຫວາ ອາຈານ ນ້ອງຈັ່ງເຮັດ opensource ກະເພາະວ່າ opensource open mind ແບບນັ້ນແຫລະ ຖ້າເຮົາບໍ່ເຮັດແລ້ວຖ້າໃຜເຮັດ
ມັນເວົ້າເຖິງ ສັງຄົມ ການເກື້ອກູນ ແລະແບ່ງປັນ ກັນ ບໍ່ແມ່ນ ຊິຄິດແຕ່ວ່າເຮັດໄປແລ້ວ no money no honey ແລ້ວກູບໍ່ເຮັດ
ເອີ່ອັນນີ້ກໍ່ໃນຄວາມຄິດຂອງນ້ອງ ແບບວ່ານ້ອງ no money ແຕ່ກະຢັງມີ friend(s) ທີ່ພ້ອມຈະຊ່ວຍສະເຫມີໃນສັງຄົມ ໂອ່ເພັນຊ໊ອດ
ແບບນັ້ນນ່າ……………ເບື່ອເບື່ອ ຢາກໄປຢູ່ໃນໂລກ ແມັສທຣິກ
ປລ. ສຸດທ້າຍກໍ່ບົດບໍ່ຜ່ານ
ປວ. ສຸດທ້າຍກະໄດ້ຂຽນໂພໂບໂຊໃຫມ່ ສະເຫນີຫົວຂໍ້ໃຫມ່
ປຫ. ເບີ່ງຄົນອື່ນໄປ ເລື່ອງ ເວບ ເລື່ອງລະບົບເກັບຂໍ້ມູນ ເງີ້….. ເວົ້າຮອດສາມນາທີ ຫົວບົດຜ່ານ
ປອ. ຮູ້ແລ້ວເປັນຫຍັງ opensource ບ້ານເຮົາຈັ່ງບໍ່ຂະຫຍາຍໂຕ ເພາະມີຄົນຄື (ທ່ານ) ນັ້ນແຫລະ
ປຮ. ມີຫລາຍເລື່ອງກ່ອນນີ້ແຕ່ ຮ ແລ້ວ ຈົບ
Posted in ຊີວິດແລະມິດຕະພາບ | 2 Comments »
ເວົ້າໄປແລ້ວ opensource ກັບປະເທດລາວກໍ່ມີມາດົນແລ້ວ ແຕ່ເປັນຫຍັງບໍ່ມີໃຜໃຊ້ ໂດຍສະເພາະກຸ່ມຜູ້ບຸກເບີກຫລາຍໆກຸ່ມ ກໍ່ມີການປຸກລະດົມກັນແຕ່ທ້າຍທີ່ສຸດແລ້ວກໍ່ບໍ່ມີໃຜໃຊ້ software opensource ຢ່າງຈິງໆຈັງໆ ຈັກຄົນ ນັ້ນເພາະຫຍັງ?
ສຳຫລັບຂ້າພະເຈົ້າເອງແລ້ວກໍ່ໄດ້ໃຊ້ software opensource ດັ່ງກ່າວນີ້ແບບຈິງຈັງມາເປັນເວລາ ເກືອບປີແລ້ວ ເຫດຜົນກໍ່ຄືຈະບໍ່ແຕກຕ່າງຫຍັງຈາກຄົນອື່ນໆ ທີ່ເບື່ອຫນ່າຍM$ ແລະເຫດຜົນສຳຄັນເຫນືອສິ່ງອື່ນໃດ ກໍ່ຄືໃຊ້ແລ້ວເຮົາຮູ້ສຶກ ສະບາຍໃຈ ນັ້ນຄືສິ່ງສຳຄັນທີ່ເຮັດໃຫ້ຂ້າພະເຈົ້າຕິດໃຈ software opensource ນີ້ເຫລືອເກີນ
ເອົາລະຂ້າພະເຈົ້າກໍ່ບໍ່ຢາກ ອະລຳພະບົດຍາວ ໄປໃສພຽງແຕ່ຢາກມາເລົ່າເລື່ອງຈິງທີ່ເກີດກັບຊີວິດຂ້າພະເຈົ້າຊື່ໆ
ເລື່ອງມັນມີຢູ່ວ່າ ຄອມພິວເຕີ້ຂອງຂ້າພະເຈົ້າໄດ້ລົງ OperatingSystem opensource OS ທັງຫມົດ(laptop, PC, netbook)
pc ກັບ eeepc ລົງ ubuntu ສ່ວນ laptop ລົງ fedora ແລ້ວເລື່ອງຕະຫລົກກໍ່ເກີດຂື້ນ ເມື່ອນ້ອງສາວຂອງຂ້າພະເຈົ້າ ເຊິ່ງຊີວິດບໍ່ມີຫຍັງ ນອກຈາກຫລີ້ນmsn ແລະ ເບີ່ງເວບດາລາເກົາຫລີ ແຕ່ກີ້ມັນກໍ່ໃຊ້ PC ຢູ່ບ້ານຊ່ວງຫລັງໆ(ຫ້າຫົກ ເດືອນຜ່ານມາ) ຂ້າພະເຈົ້າລົງ ubuntu ໄປແລ້ວມັນໃຊ້ບໍ່ເປັນກໍ່ໄປວຸ້ນວາຍກັບຄອມຂອງແມ່ ແລ້ວມັນກໍ່ບໍ່ມາຫຍຸ້ງອີກເລີຍ ຈົນຮອດອາທິດກ່ອນນີ້. ປົກກະຕິ ແມ່ຂ້າພະເຈົ້າໃຊ້ຄອມ ເພື່ອພິມວຽກ ເອກະສານຫຍັງຕ່າງໆ ຫລີ້ນເນັດກໍ່ຫນ້ອຍຫນື່ງສ່ວນຫລາຍກວດເມລ ແລ້ວລາວເບື່ອໄວຣັດທີ່ຢູ່ໃນ windoz (ຄົນອື່ນເອົາUSBສຽບ)
ລາວກໍ່ເລີຍຖາມວ່າ ຄວນຈະເຮັດແນວໃດ ເຮົາກໍ່ບອກໄປວ່າ ລົງ ubuntu ເລີຍ ມ້າ ອະຫະ ຫະ ຫະ ລາວກໍ່ໃຫ້ຈັດການໄປເສັດສັບ ແລ້ວບາດນີ້ ດ້ວຍຄວາມໂຫຍຫາ ຫື່ນກະຫາຍ ຂອງນ້ອງສາວຂ້າພະເຈົ້າທີ່ປວດຢາກ msn ຢາກ ຮິໄຟ ແບບຮຸນແຮງເຖິງຂັ້ນມີການຢ່າງໄປຮ້ານເນັດ ແລະດ້ວຍຄວາມກົດດັນທີ່ບໍ່ຍາກຢ່າງໄປຮ້ານເນັດດັ່າກ່າວ ອາທິດຜ່ານມາພໍແຕ່ຮອດບ້ານກໍ່ເຫັນມັນນັ່ງຫລີ້ນຄອມ(ພີຊີ)ຂອງຂ້າພະເຈົ້າຢູ່ ຂ້າພະເຈົ້າກໍ່ຖາມອ້າວ ແລ້ວໃຊ້ເປັນໄດ້ແນວໃດ (ຕອນນັ້ນເປີດທັງ firefox pidgin skype Openoffice.org ເປີດເກມ world of goo ຫລີ້ນອີກ)
ມັນກໍ່ຕອບວ່າເອີ່ກະເບີ່ງຢູ່ເມນູ ເອີ່ວະ ແມ່ນຟາມມານນນນ
ຈາກເຫດການດັ່ງກ່າວແລ້ວຕີຍອນມາທີ່ເຫດຜົນຕອນທຳອິດທີ່ໄວ້ຕັ້ງໄວ້ວ່າ ເພາະຫຍັງພວກທ່ານ ທັງຫລາຍຈັ່ງບໍ່ພາກັນໃຊ້ ນັ້ນແຫລະມັນຄືເຫດຜົນ
“ຄວາມລື້ງເຄີຍ” ຈາກ M$ ມັນໄດ້ຖືກຝັງລົງໃນສະຫມອງຂອງຄົນລາວລວມໄປຮອດເດັກນ້ອຍລາວທຸກຄົນວ່າ ເອີ່ໃຊ້ຄອມ ມັນຕ້ອງແມ່ນ M$. linux ໃຊ້ຍາກ……ເອີ່ແລ້ວເຫດການທີ່ເກີດຂື້ນໃນຄອບຄົວຂອງຂ້າພະເຈົ້າ ມັນອະທິບາຍໄດ້ບໍ ວ່ານ້ອງມັນເປັນອັດສະລິຍະ ທາງຄອມພິວເຕີ້ ຫລືມັນພຽງແຕ່ user ຂີ້ຫມາ ທີ່ຢາກຫລີ້ນ hi5 ຈົນດີ້ນລົນຫາທາງອອກເອງ ເອົາແຫລະບໍ່ວ່າຄຳຕອບມັນຈະເປັນແບບໃດ ແຕ່ຂ້າພະເຈົ້າກໍ່ເຊື່ອວ່າ ເມື່ອຄົນເຮົາມາ ຮອດຈຸດໃດຫນື່ງທີ່ຕ້ອງ ປ່ຽນແລະສະພາບແວດລ້ອມທີ່ເປັນໃຈໃຫ້ຕ້ອງປ່ຽນ ມັນກໍ່ຈະເຮັດໃຫ້ຄວາມຄິດຂອງຄົນປ່ຽນ ນັ້ນແຫລະຄືສ່ວນ ຫນື່ງທີ່ຂ້າພະເຈົ້າຢາກເວົ້າໃນບັນທຶກນີ້ “Linux ໃຊ້ຍາກ ຫລື ຄົນໃຊ້ບໍ່ຍາກໃຊ້” ທຽບກັບນ້ອງສາວຂ້າພະເຈົ້າ ມັນໃຊ້ເວລາ ພຽງສອງ ສາມ ຊົ່ວໂມງໃນການຮຽນໃຊ້ ຕໍ່ dialup ໄດ້ ເປີດ browser ເປັນ ໃຊ້ pidgin ເປັນສະຫລຸບແລ້ວ ມັນໃຊ້ ເປັນທຽບເທົ່າກັບ user ຫນື່ງໆ ທີ່ຕ້ອງການພື້ນຖານການໃຊ້ ຄອມພິວເຕີ້
ສຳຫລັບພວກທ່ານແລ້ວ ຄິດແບບໃດກັບການປ່ຽນ ເຫດຜົນທີ່ມາຂຽນນີ້ກໍ່ບໍ່ແມ່ນມາບົງການໃຫ້ ໃຜມາປ່ຽນດັ່ງຂ້າພະເຈົ້າ ຫາກແຕ່ວ່າການປ່ຽນດັ່ງກ່າວມັນເປັນເລື່ອງ”ດີກ່ວາ” ສຳຫລັບຂ້າພະເຈົ້າແລະຄອບຄົວແລ້ວມັນກໍ່ເກີດເລື່ອງດີຂື້ນ ຫາກແຕ່ພວກທ່ານ ຢັງບໍ່ພ້ອມທີ່ຈະປ່ຽນ ຫລືຕ້ອງການໃຊ້ windoz ຄູ່ກັບ linux ຄືຫລາຍໆຄົນເຮັດແລ້ວເຊື່ອເຖາະວ່າ ພວກທ່ານຈະອອກຈາກ windoz ໄດ້ຊ້າຫລາຍໆ ຫລືບາງຄົນກໍ່ເກືອບວ່າກັບໄປໃຊ້ windoz ຄືນ ການປ່ຽນຫລືໃຊ້ດັ່ງກ່າວ ກໍ່ບໍ່ຕ່າງຫຍັງກັບການຄົບແຟນ ເມື່ອຄົນທີ່ເຮົາຄົບຢູ່ ເຮົາພໍໃຈ ຢູ່ນຳແລ້ວມີຄວາມສຸກ ເຮົາກໍ່ບໍ່ມີເຫດຜົນຫຍັງທີ່ຕ້ອງປ່ຽນ ແຕ່ຫາກຄົນທີ່ເຮົາຢູ່ນຳ ສ້າງແຕ່ບັນຫາ ແລະຄວາມວຸ້ນວາຍ ມາໃຫ້ເຮົາ ກໍ່ປ່ຽນໆ ໄປດີກ່ວາ ທ້າຍສຸດແລ້ວຄົນທີ່ຄິດຍາກປ່ຽນ ແນ່ນອນກໍ່ຕ້ອງໄດ້ຮຽນຮູ້ກັບສິ່ງໃຫມ່ໆ ຂອງຄົນໃຫມ່ທີ່ເຮົາຢັງບໍ່ເຂົ້າໃຈ ເພື່ອໃຫ້ຮູ້ ເຊິ່ງກັນແລະກັນ ແລະຖ້າຫາກຄົບໄປແລ້ວມີຄວາມສຸກ ຮອດຕອນນັ້ນທ່ານ ກໍ່ຕ້ອງເປັນຝ່າຍເລືອກເອງວ່າຈະຄົບກັນຕໍ່ຫລືເລີກກັນ.
Posted in ຊີວິດແລະມິດຕະພາບ | 3 Comments »
ສຸດທ້າຍແຕ່ບໍ່ທ້າຍສຸດຂ້າພະເຈົ້າກໍ່ນຳແກ້ f ຈົນຫມົດທຸກໂຕແລະໄດ້ຂຽນບົດ ສ່ວນບົດນັ້ນວາງໂຄງໄວ້ວ່າ
ແມ່ນຈະເຮັດລະບົບ e-learning ອາຈານກຳນົດວ່າໃຫ້ມີ 9-12 ຄົນເນົ່າບໍ່ ຄົນຫລາຍປານນີ້ມັນຊິເປັນບົດຈົບໄດ້ແນວໃດ
(ເຮັດບໍລິສັດກໍ່ໄດ້)
ບ້າເອີ້ຍ ຢັງບໍ່ພໍທໍ່ນັ້ນມີເລື່ອງບ້າໆອີກ ມື້ວານໄປລົງທະບຽນຮຽນ ມີຂ່າວວ່າຄ່າບົດຈົບຊັ້ນຕ້ອງໄດ້ຈ່າຍ 350 000 ກີບ
ອ້າວແລ້ວໃບລົງທະບຽນກໍ່ມີຂຽນຢູ່ຫັ້ນວ່າ ໂຄງການຈົບຊັ້ນ 4 ຫນ່ວຍກິດ ຫມາຍຄວາມວ່າແນວໃດ ງົງ
ຄິດວ່າຊິຈົບພຽງເທົ່ານັ້ນ ມີເອົາໃບສະຫມັກຮັບໃບປະກາດມາໃຫ້ຂຽນງົງຄືກັນ “ໃບສະຫມັກຮັບໃບປະກາດ”
ໃນຫມາຍເຫດຂອງເຈ້ຍດັ່ງກ່າວມີບອກວ່າ
ເຫນືອກ່ວາປະລິນຍາຕີ(ສະແດງວ່າ ໂທ ເອກ…) 35.000 ກີບ
ປະລິນຍາຕີ 30.000
ຊັ້ນສູງ 25.000
ເງິນຄ່າເຮັດໃບຂະແນນ 5000 k
ລວມແລ້ວປະລິນຍາຕີຕ້ອງຈ່າຍ ສາມສິບຫ້າພັນແຕ່ວ່າ ອາຈານບອກວ່າຂຽນແລ້ວເອົາຮູບສາມໃບກັບເງິນສີ່ສິບພັນມາສົ່ງພ້ອມ
ຫຶ
ຫຶ
ຫຶ
ແລ້ວຫ້າພັນກີບແດະ ຄ່າຫຍັງ 5000×200ຄົນ ອືມໆ ຫລາຍເຕີບ
ສະຫລຸບແລ້ວປີສຸດທ້າຍຂອງຂ້າພະເຈົ້າຊ່າງຫນ້າເວດທະນາ ພ້ອມກັບຕະຫລົກໄປອີກແບບຫນື່ງ ມີເລື່ອງບ້າໆເກີດຂື້ນຫລາກຫລາຍ
ລວມສອງເທີມປະມານສອງລ້ານ ອືມເຫີ່ເຫີ່ ສະເພາະປີສຸດທ້າຍນິກໍ່ປະມານ ລ້ານໄດ້ແລ້ວ ງົງກັບຄວາມຄິດຂອງເພິ່ນພາກັນຄິດຫຍັງຢູ່
ເອົາແບບ ຫນ້າ ,,,,, ແບບນັ້ນແຫລະ ໂຕເຮົາເອງກໍ່ພໍມີເງິນບໍ່ເດືອດຮ້ອນພໍປານໃດດອກ ແຕ່ຫາກວ່າຫມູ່ຂ້າພະເຈົ້າຜູ້ມາແຕ່ແດນໄກທັງຫລາຍ
ດ້ວຍເຫດຜົນຕ່າງໆ ທີ່ບໍ່ສາມາດຂຽນອອກມາຫມົດໄດ້ ມັນຊ່າງຫນ້າເຫລືອໃຈແທນຂະເຈົ້າ ເປັນຫຍັງບໍ່ເຂົ້າໃຈສະພາບຂອງນັກຮຽນແນ່
ເຂົ້າໃຈແຕ່ສະພາບລວມຂອງຄະນະ ແລ້ວກໍ່ປະຊຸມກັນ ຕົກລົງກັນເອງ ສະພາບລວມຂອງນັກຮຽນບໍ່ສົນໃຈ ອືມເນາະ ດີ
ປລ. ສະຫລຸບຂະແນນຜູ້ທີ່ໄດ້ຂຽນບົດຫາກໍ່ອອກອາທິດແລ້ວນີ້ ບົດຈົບບໍ່ມີໃຜໄດ້ເຮັດເພາະຖ້າແຕ່ສະຫລຸບຂະແນນ
ມີເວລາສາມເດືອນໃນການຂຽນບົດຈົບດັ່ງກ່າວ ຕະຫລົກດີ ພາກວິຊາ ຄອມພິວເຕີ້
Posted in ຊີວິດແລະມິດຕະພາບ | 1 Comment »
ຊຽງຂວາງ “ດິນແດນລະເບີດ” ເມື່ອກ່ອນເຄີຍເປັນແບບນັ້ນແຕ່ດຽງນີ້ທຸກຢ່າງປ່ຽນໄປ ຄວາມຈະເລີນຕ່າງໆເຂົ້າເຖິງ ການຄົມມະນາຄົມເດີນທາງໄປມາກໍ່ສະດວກກ່ອນເກົ່າຫລາຍເມື່ອເຊົ້າວັນທີ່ ໙ ເດືອນ ໑໒ ຂ້າພະເຈົ້າໄດ້ອອກເດີນທາງຈາກ
ກຳແພງນະຄອນ ອອກທາງເລກ ໑໓ ເຫນືອເຂົ້າສູ່ດິນແດນແຫ່ງການຕໍ່ສູ້ກູ້ຊາດ “ຊຽງຂວາງ” .
ມື້ທີ່ຫນື່ງ
ຫລັງຈາກອອກມາໄດ້ໃກ້ຈະຮອດວັງວຽງທາງກໍ່ມີການແປງເປັນບາງຊ່ວງໆເຮັດໃຫ້ການເດີນທາງກິນເວລາ
ໄປຫລາຍສົມຄວນຮອດກາສີກໍ່ໄດ້ແວ່ກິນເຂົ້າ. ຫລັງຈາກອອກຈາກຫັ້ນກໍ່ຫລັບສະຫນິດຮູ້ໂຕອີກເທື່ອກໍ່ວິນຫົວເອົາແທ້ເອົາວ່າຖາມຂະເຈົ້າໃນລົດກໍ່ ບອກວ່າກາຍສາລາພູຄູນມາແລ້ວ ອ້າວເວງລືມຖ່າຍຮູບມາເລີຍບໍ່ເປັນຫຍັງເອົາແຖວໆນີກໍ່ໄດ້ ອາກາດກໍ່ເລີ່ມຫນາວໆຂື້ນຕ້ອງໄດ້ ຄົ້ນເສື້ອຢູ່ໃນຖົງອອກມາໃສ່ ເບີ່ງຕາມສອງຂ້າງທາງເຫັນຊາວບ້ານທີ່ຢູ່ຕາມແຄມທາງກໍ່ດີໃຈແທນທີ່ເຂົາເຈົ້າມີໄຟຟ້າໃຊ້ກັນຫມົດ ແລ້ວ. ກໍ່ນັ່ງລົດເບີ່ງມາຕາມທາງເຫັນປ່າໄມ້ອຸດົມສົມບູນກໍ່ຮູ້ສຶກພູມໃຈໃນໃຈເລິກໆ ວ່າບ້ານເຮົາປະເທດເຮົາກໍ່ມີປ່າໄມ້ອຸດົມສົມບູນ ຫລາຍກ່ອນບ້ານເພີ່ນເມືອງເພີ່ນ ທຸກມື້ນີ້ກໍ່ມີນັກທ່ອງທ່ຽວເຂົ້າມາຫລີ້ນໃນປະເທດເຮົາຫລາຍກໍ່ເພາະ ການທີ່ເຮົາມີ ອາກາດ ແມ່ນ້ຳ ພູຜາ ປ່າໄມ້ ທີ່ຫລາຍກ່ອນປະເທດອື່ນໆ… ເອົາແຫລະນອກເລື່ອງຫລາຍລະ ຕາມສອງຂ້າງທາງລະຫວ່າງທາງມາກໍ່ເຫັນຫຍັງ ຫລາຍໆຢ່າງ ຄືດັກນ້ອຍຕາມຊົນນະບົດຢັງຄົງຂາດໂອກາດທີ່ດີໃນດ້ານຕ່າງໆຫລາຍໆຝ່າຍຄວນເອົາ ໃຈໃສ່ອີກຫນ້ອຍຫນື່ງກໍ່ດີ (ດີກ່ອນເອົາເງິນໄປຊື້ອີ່ຫຍັງແພງໆໄລ້ສາລະຫັ້ນ ຕາອີ່ຕົນຂະເຈົ້າເນາະ….) ມາຮອດເມືອງໂພນສະຫວັນ ກໍ່ປະມານ ໖:໓0 ກໍ່ເຂົ້າ ພັກທີ່ໂຮງແຮມດອກຄູນ ທຳອິດລົງລົດມາກໍ່ເຍັນໆນ້ອຍຫນື່ງແຕ່ເວລາຢ່າງກັບມາເອົາເຄື່ອງໃນລົດໂອ່ ເທວະດາ ມັນຫນາວ ຫລາຍອາກາດກໍ່ຄືຈະປະມານ ໒໒ ຫາ ໒໓ ອົງສາ ໃສ່ເສື້ອເຂົ້າໄປອີກໂຕ ແລ້ວກໍ່ມານັ່ງພັກຫນ້ອຍຫນື່ງຫລັງຈາກນັ້ນກໍ່ ໄປຫາກິນເຂົ້າ ຕົງລົງກັນວ່າຈະໄປກິນຊີ້ນດາດ ຊື່ຮ້ານຈື່ໄວ້ວ່າແມ່ນຮ້ານ ສາວພວນ ຫຍັງຈັກຢ່າງບໍ່ຈື່ ຊີ້ນຕ່ອນບັກໃຫຍ່ ແຈ່ວກໍ່ໄດ້ບັກຫລາຍໆ ຫລັງຈາກກິນກັນສຳລານໃຈແລ້ວ ກໍ່ກັບມາຫ້ອງໂອ່ພໍແຕ່ອາບນ້ຳແລ້ວຫນາວຊິບຫາຍບໍ່ຢາກຄິດເລຍວ່າຢູ່ນອກມັນຊິຫນາວຊ່ຳໃດ໋ …. ແລະກໍ່ຮອດເວລານອນກຽມພ້ອມສຳຫລັບມື້ອື່ນ ຈະໄປບ້ານ ຫນອງແຮດ……
ມື້ທີ່ສອງ
ມື້ນີ້ລຸກປະມານແປດໂມງເຊົ້າໄປຫາກິນເຂົ້າປຽກເຂົ້າຖຽວໆບ່ອນພັກ ກໍ່ໄດ້ພົບກັບອ້າຍ ທີ່ຮູ້ຈັກກັນ ບໍ່ມີຫຍັງຫລາຍຂ້າມໆໄປ ຫລັງຈາກນັ້ນກໍ່ໄດ້ເຂົ້າໄປຍ້ຽມຢາມອ້າຍນ້ອງຫ້ອງການປ່າໄມ້ກະສິກຳປະຈຳແຂວງ ອ້າຍ, ອາວເພິ່ນໃຈດີແທ້ໆ ຕ້ອນຮັບກັນເອງ ຫລາຍໆ ອໍ່ລືມບອກໄປ ອາກາດເຊົ້ານີ້ປະມານ ໑໕ ຫາ ໑໘ ອົງສາ ຫມອກເຕັມເມືອງຂີ່ລົດໄປນຳທາງເກືອບເບີ່ງບໍ່ເຫັນລົດ ເອົາ ລະຫລັງຈາກລົມກັນພໍຫອມປາກຫອມຄໍກໍ່ກັບມາຖ້າຫົວຫນ້າຢູ່ຫ້ອງພັກເພາະວ່າເພີ່ນຈະລົງຍົນມາ ໑ ໂມງ ໓໕ ນາທີຫລັງຈາກ ໃກ້ເວລາກໍ່ໄປຖ້າເພີ່ນຢູ່ເດີ່ນບິນ ຕອນຖ້າກໍ່ໄດ້ໄປຊິມເຝີແຫ້ງ ຕອນທຳອິດກໍ່ຄິດວ່າມັນຈະບໍແຊບແຕ່ພໍກິນແລ້ວອໍ່ມັນຊ່າງແຊບອີ່ ຫລີ ພໍຮັບຫົວຫນ້າແລ້ວໆກໍ່ໄປຮັບອາວທີ່ເພີ່ນຈະພາໄປ ກໍ່ອອກເດີນທາງສູ່ບ້ານຫນອງແຮດ ລະວ່າງທາງກໍ່ໄດ້ແວ່ແປງແກລົດຢູ່ ບ້ານຄຳ ລະວ່າງທາງເຫັນບ້ານແລະການດຳລົງຊີວິດຂອງຊົນເຜົ່າຕ່າງໆ ຕາມສັງເກດເຫັນແລ້ວສ່ວນຫລາຍປະຊາຊົນແຖວນີ້ພາ ກັນປູກສາລີ ເປັນສ່ວນໃຫຍ່ແລ້ວກໍ່ມີພໍ່ຄ້າມາຮັບໄປຂາຍຢູ່ຊາຍແດນຫວຽດນາມ ຫົນທາງລະຫວ່າງການເດີນທາງກໍ່ສະດວກສະ ບາຍດີ ມີບາງຊ່ວງເຊາະເຈື່ອນຈາກການເຊື່ອມໂຊມຂອງການຕັດໄມ້ທຳລາຍປ່າ. ຫລັບໆຕື່ນໆບາດແລ້ວກໍ່ຄ້ອຍແລງເມື່ອຍຮູ້ໂຕ ອີກເທື່ອກໍ່ຮອດບ້ານພັກແລ້ວອາກາດຫນາວສຸດໆຄືຊິປະມານສິບອົງສາໄດ້. ບ້ານພັກດັ່ງກ່າວມີລັກສະນະຄ້າຍໆກັບບ້ານຕ່າງປະເທດມີເຕົາພິງໄຟພ້ອມ ເອ່….ແຕ່ແປກຢ່າງ ດຽວໄຟຟ້າບໍ່ມີແຕ່ມີສັນຍານໂທສັບ ອາດບໍ່ແມ່ນເລື່ອງແປກສຳຫລັບຄົນອື່ນແຕ່ກັບເຮົາມັນແປກອີ່ຫລີເອົາລະແລ້ວກໍ່ຮອດເວລາ ໄປກິນເຂົ້າ ເຫີ່ເຫີ່ ໃຄແຕ່ບ້ານແຖວນີ້ຂະເຈົ້າໃຊ້ຈັກໄຟຟ້າ ພໍງົມໆເຫັນນ້ອຍໆ ພໍດີ ອາວທີ່ມານຳເພີ່ນພາໄປກິນຂອງແຊບວ່າຊັ້ນ ເຮົາກໍ່ຄິດໆຢູ່ວ່າແມ່ນຫຍັງເຄື່ອງປ່າບໍ? ຫລັງຈາກຍໍອາຫານ ເຮົາກໍ່ສັງເກດເຫັນແກງຜັກກາດ ໂອ່ ເທວະດາ ຂ້າພະເຈົ້າຊັງຜັກ ແຕ່ແລ້ວກໍ່ປະຕິເສດບໍ່ໄດ້ຕັກໆດີໆໄປເຈິຕ່ອນຂາວໆ ຫຶມັນແມ່ນຕ່ອນນ້ຳມັນຫມູຕົວະນິ ເຫີ່ເຫີ່ ແກງຜັກກາດໃສ່ນ້ຳມັນຫມູ ເມບຂິງໆ ຫລັງຈາກຖາມອາວເພິ່ນກໍ່ເວົ້າໃຫ້ຟັງວ່າແມ່ນອາຫານຂອງອ້າຍນ້ອງລາວເທິງເພິ່ນ ເຮົາກໍ່ບໍ່ຣູ້ລະອຽດວ່າເປັນແນວໃດ໋ ແຕ່ກໍ່ແຊບດີ ນ້ຳຊຸບເຊບຫວານຜັກກາດດີ ແຕ່ຈັ່ງໃດ໋ເຮົາກະຢັງບໍ່ຍອມກິນຜັກ
ກິນແລ້ວກໍ່ມານັ່ງຜິງໄຟກັບອ້າຍໆ ທີ່ມານຳກັນ ມ່ວນດີສຳຫລັບມື້ນີ້ ມື້ອື່ນກໍ່ກຽມໂຕໄປຊາຍແດນ ລາວ ຫວຽດ ມີ່ເມືອງນ້ຳກັ່ນ ເປັນແນວໃດ໋ນໍ້…..
ມື້ທີ່ສາມ
ຫົວຫນ້າເພິ່ນມາປຸກແຕ່ຫົກໂມງເຊົ້າອາກາດຕອນເຊົ້າຫນາວຫລາຍເຖິງ ສຸດໆ ກະໄດ້ປະມານ ໕ ຫາ ໗ ອົງສາໃສ່ເສື້ອໄປສີ່ໂຕ ແລ້ວກໍພາກັນອອກເດີນທາງໄປສູ່ບ້ານນ້ຳກັ່ນ ຊາຍແດນ ລາວ ຫວຽດນາມ ເພື່ອໄປຮັບ ສາດສະດາຈານຢີ່ປຸ່ນທີ່ຈະມາແຕ່ ຫວຽດນາມ ຮອດບ້ານນ້ຳກັ່ນກໍ່ປະມານເຈັດໂມງກໍ່ຢ່າງເລາະຊົມວິວຖ້າແຖວໆນັ້ນ ເພາະດ່ານເປີດ ແປດໂມງ ຫລັງຈາກຮັບຂະເຈົ້າມາແລ້ວກໍ່ກັບແລະຕົກລົງກັນວ່າຈະໄປແວ່ອາບນ້ຳຢູ່ບໍ່ນ້ຳຮ້ອນເພາະວານນີ້ພາກັນບໍ່ໄດ້ອາບນ້ຳ ຫຸຫຸ ກະມັນຫນາວນ້ຳອຸ່ນກໍ່ບໍ່ມີ ການເດີນທາງກໍ່ຫລັບໆຕື່ນໆຄືເກົ່າຫມອກກໍ່ຈາງໄປແລ້ວ ສັງເກດຕາມທາງມີຊາວບ້ານຕາມທາງບໍ່ຮູ້ຄື ກັນວ່າເຜົ່າໃດ໋ມີການຫລີ້ນທີ່ຫນ້າສົນໃຈຄືຜູ້ສາວຜູ້ບ່າວໃນຫມູ່ບ້ານນັ້ນຈະມີການຫລີ້ນໂຍນບານກັນຄືຈະໂຍນໄປມາຫາກັນບໍ່ຮູ້ ວ່າໂຍນໄປເພື່ອຫຍັງກໍ່ບໍ່ໄດ້ຖາມຄືກັນແຕ່ກໍ່ຫນ້າສົນດີ ພໍຮອດບ້ານນ້ຳຮ້ອນ ກໍ່ໄດ້ເຂົ້າໄປເບີ່ງບໍ່ນ້ຳຮ້ອນແລະໄປນອນອາບນ້ຳແຮ່ ອຸ່ນສະບາຍແລ້ວກໍ່ພາກັນໄປຕໍ່ທີ່ຖ້ຳປິວ ເປັນຖ້ຳທີ່ຫນ້າສົນໃຈຫລາຍເພາະແຕ່ຄັ້ງອະດີດຕອນສະໄຫມປົດປ່ອຍຊາດມີຊາວບ້ານ ແຖວນີ້ໄດ້ໃຊ້ເປັນບ່ອນລົບໄພແຕ່ກໍ່ບໍ່ວາຍພວກຈັກກະພັດອາເມກາສຶບຮູ້ແລະໄດ້ເອົາລະເບີດມາຖີ້ມໃສ່ຈົນເຮັດໃຫ້ຕາຍກັນໄປ ສາມຮ້ອຍກ່ວາຄົນເປັນທີ່ຫນ້າສະຫລົດໃຈຫລາຍເພາະຢ່າງເຂົ້າໄປເບີ່ງໃນຖ້ຳຢັງມີເສດສ່ວນຂອງຊາກຫັກພັງຂອງການຖືກທຳລາຍຢູ່ . ຫລັງຈາກອອກຈາກຫັ້ນຫໍ່ມຸ່ງຫນ້າກັບເມືອງໂພນສະຫວັນເຂົ້າຫ້ອງພັກ ຫາເລາະຕະຫລາດຍາມແລງກິນເຂົ້າແລ້ວກໍ່ເຂົ້າ ນອນມື້ອື່ນຕຽມໂຕຂື້ນໄປຍອດນ້ຳງື່ມ.
ມື້ທີ່ສີ່
ຫລັງຈາກລຸກແຕ່ເຊົ້າກໍ່ຫາກິນເຂົ້າແລະກຽມໂຕອອກເດີນທາງໄປຍອດນ້ຳງື່ມ ລະຫວ່າງທາງທີ່ໄປຖືວ່າໃກ້ແລະຫົນທາງກໍ່ບໍ່ຫນັກ ຫນາສາຫັດປານໃດ, ແລະແລ້ວກໍ່ໄປຮອດຍອດນ້ຳງື່ມໃຊ້ເວລາປະມານ ໕ ນາທີໃນການຍ່າງລົງໄປຮອດ. ແລະຫລັງຈາກນັ້ນກໍ່ ຢ່າງເບີ່ງພູຜາປ່າໄມ້ແຖວນັ້ນ ກໍ່ເລີ່ມອອກເດີນທາງຕໍ່ໄປເບີ່ງ ການພັດທະນາຂອງຊາວບ້ານແຖວໆນັ້ນວ່າເຮັດຫຍັງ. ປັດຈຸບັນຖື ວ່າທາງພາກລັດເພີ່ນໄດ້ເອົາໃຈໃສ່ກັບການໃຫ້ປະຊາຊົນມີອາຊີບທີ່ແນ່ນອນ(ດີໃຈນຳ) ກໍ່ມີຫລາຍໆບ້ານຫລາຍໆຄອບຄົວຖືວ່າ ເຮັດໄດ້ດີ. ຫລັງຈາກເລາະເບີ່ງແຖວນັ້ນແລ້ວກໍ່ກັບມາບ້ານໂພນສະຫວັນເພື່ອມາກິນເຂົ້າທ່ຽງແລະກໍ່ອອກເດີນທາງກັບສູ່ວັງວຽງ ເພາະມື້ອື່ນຕ້ອງໄດ້ໄປເຂື່ອນນ້ຳງື່ມສອງ ທີ່ກຳລັງສ້າງຢູ່.
ມື້ທີ່ຫ້າ
ຕື່ນຂຶ້ນມາກັບຕອນເຊົ້າຂອງເມືອງວັງວຽງເຈັບຫົວຫນ້ອຍຫນື່ງເພາະວານນີ້ເມົາກັນຫມົດຄືນມີແຕ່ os555 ທີ່ລັກໄປນອນຄົນ ດຽວ(ແຖມຕອນເຊົ້າຢັງລັກຕົດໃຫ້ຫມູ່ດົມ) ກໍ່ເລາະຫລີ້ນແຖວໆນັ້ນຫລັງຈາກນັ້ນສວຍໆກໍ່ເລີ່ມອອກເດີນທາງໄປສູ່ ເຂື່ອນນ້ຳ ງື່ມ໒ ລະຫວ່າງທາງໄປກໍ່ປະມານ 45KM ຈາກບ້ານທ່າຫີນ ພໍໄປຮອດກໍ່ຮູ້ສຶກວ່າຈະເປັນເມືອງນ້ອຍໆເມືອງຫນື່ງໄດ້ເລີຍ ເຂື່ອນນ້ຳງື່ມສອງ ຕັ້ງຢູ່ລະຫວ່າງພູຫວດແລະພູແຊຕັ້ງຢູ່ຫ່າງຈາກນະຄອນຫລວງວຽງຈັນ90 km ເປັນບໍລິສັດຄົນໄທເປັນຄົນ ສ້າງເຄື່ອງປັ່ນໄຟຟ້າແມ່ນໃຊ້ຂອງ tosiba ຄາດວ່າຈະສ້າງສຳເລັດໃນປີ ສອງພັນສິບ ແລະສາມາດນຳໃຊ້ໄດ້ໃນທ້າຍປີດັ່ງກ່າວ ເປັນຫຍັງທີ່ຫນ້າພູມໃຈແລະເສຍດາຍ….ເປັນຫຍັງຄືວ່າເສຍດາຍ ກໍ່ເບີ່ງເວລາມີການພັດທະນາມັນກໍ່ມີການທຳລາຍໄປພ້ອມໆ ກັນໃນຕອນທີ່ຂະເຈົ້າສ້າງເຂື່ອນອ້ອມແອ້ມນີ້ບໍ່ວ່າແຕ່ຄົນຕ້ອງໄດ້ຍ້າຍ ສັດສາວາສິ່ງ ຕັ້ນໄມ້ ຯລຯລະບົບນິເວດຕ່າງໆຍ່ອມມີການ ປ່ຽນແປງ ຂ້າພະເຈົ້າກໍ່ຢັງໄດ້ເອີ່ຍວາຈາກັບ OS555 ວ່າ “ມັນລະເບີດພູບ້ານເຮົາໄປຈັກຫນ່ວຍລະວະ”ນັ້ນແຫລ…….
ຮູບທັງຫມົດຢູ່ນີ້
All of picture http://www.flickr.com/photos/laoubuntu/sets/72157610706284942/
Posted in ໄປເຫັນມາ | No Comments »
ໃນຊີວິດຄົນເຮົາມີຫລາຍສິ່ງຫລາຍຢ່າງທີ່ມັນບໍ່ເປັນໄປຕາມທີ່ເຮົາໄດ້ຄິດໄວ້ ແລະມັນກໍ່ມີຫລາຍໆຢ່າງທີ່ດີເກີນກ່ວາເຮົາຄິດໄວ້
ມີຫລາຍຄົນເວົ້າວ່າສິ່ງທີ່ເຮົາເຮັດເຮົາເຮັດໄປເຮັດຫຍັງ
ກະເພາະມັກນີ້ແຫລະ ມັກອີ່ຫລີ
ຖ້າໄດ້ເຮັດໃນສິ່ງທີ່ມັກ ເຮົາກໍ່ມີຄວາມສຸກ
ມີຫລາຍເທື່ອຢາກຖາມເຂົາເຈົ້າຄືນວ່າ
ແລ້ວທ່ານ ກຳລັງເຮັດຫຍັງຢູ່ແລ້ວເຮັດໄປເພື່ອຫຍັງ
ຫລາຍຄົນຕອບໄດ້ຫລາຍຄົນບໍ່……
ມີຄຳຕອບຫນື່ງທີ່ໄດ້ຮັບກັບມາເຮັດໃຫ້ເຮົາເຂົ້າໃຈວ່າ…….
ຢ່າພະຍາຍາມຫາເຫດຜົນໃຫ້ກັບສິ່ງທີ່ເຮົາເຮັດຢູ່
ພຽງແຕ່ເຮົາເຂົ້າໃຈວ່າໂຕເຮົາກຳລັງເຮັດຫຍັງຢູ່ກໍ່ພໍ
ຫລາຍໆເວລາເມື່ອຍກັບສິ່ງອ້ອມຂ້າງແຕ່ພະຍາຍາມອົດທົນ
ແລະມີຫລາຍໆເທື່ອອົດບໍ່ໄດ້ມັນທໍ້ກໍ່ເວົ້າອອກໄປ
ແຕ່ມີຫລາຍສຽງຕອບກັບມາແບບ ບໍ່ຄ່ອຍຢາກຟັງປານໃດ໋
ກໍ່ບໍ່ຮູ້ເຫດຜົນຄືກັນ ພະຍາຍາມເວົ້າໃສ່ແຫລະຈັບຜິດ
OK ກູບໍ່ເທບຄືມຶງ ກູເຮັດກູເວົ້າຫຍັງກະຜິດ
OK ກູເຂົ້າໃຈມຶງຄື ເທບ
ທ້າຍທີ່ສຸດແລ້ວຄົນທີ່ເຂົ້າໃຈເຮົາທີ່ສຸດກໍ່ຄືໂຕເຮົາເອງ
ທັ້ງທີ່ເຄີຍຄິດວ່າຫມູ່ແລະຄົນທີ່ເຮົາຮັກຈະເຂົ້າໃຈເຮົາເພາະວ່າເຮົາກໍ່ຄິດວ່າ
ເຮົາເຂົ້າໃຈເຂົາ
ສຸດທ້າຍສິ່ງທີ່ເຮົາຄິດມັນກໍ່ບໍ່ຄືທີ່ເຮົາຄິດ
ເອົານ່າເສັ້ນທາງນີ້ຍັງອີກໄກ ບໍ່ຕ້ອງຄິດວ່າໃຜຊິຫ້າມ
ເມື່ອເຮົາເຮັດສິ່ງໃດ໋ເພື່ອໃຜ ເກັບຄຳຖາມນັ້ນໄວ້ໃນໃຈບໍ່ຕ້ອງໄປສົນໃຈເຮົາຊິເຮັດຕໍ່ໄປ
ແລ້ວມື້ຫນື່ງໂຕເຮົາຊິໄດ້ພົບວ່າເຮົາໄດ້ຫຍັງ ແລ້ວມື້ນັ້ນເຮົາຈະເຂົ້າໃຈມັນເອງ
ພຽງແຕ່ມື້ນີ້ ເຮົາຮູ້ດີທີ່ໂຕເຮົາວ່າເຮົາເຮັດຫຍັງ ແລະສິ່ງນັ້ນບໍ່ໄປເຮັດໃຫ້ໃຜຕ້ອງລຳບາກໃຈ
ຈາກນີ້ໄປບໍ່ຕ້ອງຢ້ານ ບໍ່ຕ້ອງຄິດຫລາຍ ຂໍພຽງເຮົາຫມັ້ນໃຈແລະລົງມືເຮັດມັນຕໍ່ໄປ
ແລ້ວມື້ຫນື່ງເຮົາເອງຈະຮູ້ວ່າເຮົາຕ້ອງການຫຍັງ ແລ້ວມື້ນັ້ນເຮົາຈະເຂົ້າໃຈໄດ້ເອງ
ຫາວ່າມີຄຳຖາມທີ່ເຮັດໃຫ້ຕ້ອງຫວັ່ນໄຫວ ຄິດສະວ່າບໍ່ມີໃຜຮູ້ດີໄປກ່ອນເຮົາດອກນ່າ
ບໍ່ວ່າເປັນຫຍັງກໍ່ຢ່າ ຈົ່ງມີຄວາມເຊື່ອແລະເຮັດຕໍ່ໄປບໍ່ຕ້ອງຢ້ານ ເຮັດໄປດັ່ງທີ່ໃຈເຮົາປາດຖະຫນາ
OS555 ເຄີຍບອກວ່າສິ່ງໃດ໋ທີ່ເຮົາເຮັດແລ້ວມີຄວາມສຸກກໍ່ໃຫ້ລົງມືເຮັດດຽວຊິບໍ່ມີໂອກາດໄດ້ເຮັດ
ບໍ່ຕ້ອງຢ້ານ
ເຖິງວ່າມັນຈະດົນ ຍາກ ຫລືບໍ່ສຳເລັດ ສຸດທ້າຍບໍ່ໄດ້ຫຍັງຢ່າງນ້ອຍໆກໍ່ໄດ້ເຮັດທຸກຢ່າງທີ່ໃຈຕ້ອງການ
ພໍລະເຮົາຢຸດສົງໃສໃນໂຕເອງແລະເຮັດຕໍ່ໄປ ບໍ່ວ່າເປັນແນວໃດ໋ເຮົາກໍ່ຈະເຊື່ອໃຈໂຕເອງ
ຂຽນໄປມາສັບສົນຫລາຍ
ເມົາໂຕເອງ
ໄປກ່ອນດອກ
Posted in ຊີວິດແລະມິດຕະພາບ | 4 Comments »