ອັງກິດຕົກຮອບ ຍູໂຮ 2008
| November 22nd, 2007ອັງກິດຕົກຮອບຍູໂຮແລ້ວ……ດ້ວຍການມາພາດເສີຍໂຄເອເຊີຍ 3-2 ຄາບ້ານ
ຄົງຈະບໍ່ມີຫຍັງມາບັນຍາຍຄວາມຮູ້ສືກຂອງແຟນບານອັງກິດ…ໂດຍສະເພາະຂ້າພະເຈົ້າມັນເຈັບປວດສຸດໆ
ເມື່ອຮູ້ວ່າທີມທີ່ໂຕເອງມັກ ຕົກຮອບ……….ທຸກຢ່າງມັນເປັນໃຈໃຫ້ຫມົດແລ້ວແຕ່ເຮົາສຳພັດເຮັດບໍ່ໄດ້……..
ພຽງແຄ່ສະເຫມີ….ກໍ່ເຂົ້າຮອບແລ້ວ ຈົບ ທຸກຢ່າງມັນຈົບ……..
ສະຕຮີບແມ໊ກຄາເລັນ ຊື່ບັກນີ້ຂ້ອຍຊິຈື່ໄປຈົນຕາຍ ເພາະມັນຄົນດຽວ…….ຄືຊິຖືກແຟນບ້ານອັງກິດລັດຕີແດ່ແມ້ເນາະ ຊິ ສົມໆໆໆໆ ນ້ຳຫນ້າມັນ
ສຸດທ້າຍແລ້ວເຮົາກະບໍ່ເຫັນອ້າຍເຮົາໂລດແລ່ນຢູ່ເທີງໃບຫຍ້າສີຂຽວ ໃນຊຸດທີມຊາດອີກແລ້ວ ຕຳນານເບີ 7 ທີມຊາດອັງກິດຈະເປັນຫນື່ງດຽວໃນໃຈຂອງຂ້ອຍ
ຄົນທີ່ເຮັດໃຫ້ຂ້ອຍມັກເຕະບານ
ຄົນທີ່ເຮັດໃຫ້ຂ້ອຍມັກແມນຍູ
ຄົນທີ່ເຮັດໃຫ້ຂ້ອຍມັກເລກ 7
ຄົນທີ່ສອນໃຫ້ຂ້ອຍທຸ້ມເທໃຫ້ກັບທຸກສີ່ງທີ່ກະທຳ
ຄົນທີ່ແລ່ນບໍ່ຢຸດເມື່ອຕອນທີ່ທີມນຳ10-0
ເດວິດ ໂຮເບຮີດ ໂຈເຊຟ ແບ໊ກແຮ໊ມ
ດ້ວຍຮັກແລະຝັກໃຝ່ໃນກາມ……….devsmudger