ອັງກິດຕົກຮອບຍູໂຮແລ້ວ……ດ້ວຍການມາພາດເສີຍໂຄເອເຊີຍ 3-2 ຄາບ້ານ
ຄົງຈະບໍ່ມີຫຍັງມາບັນຍາຍຄວາມຮູ້ສືກຂອງແຟນບານອັງກິດ…ໂດຍສະເພາະຂ້າພະເຈົ້າມັນເຈັບປວດສຸດໆ
ເມື່ອຮູ້ວ່າທີມທີ່ໂຕເອງມັກ ຕົກຮອບ……….ທຸກຢ່າງມັນເປັນໃຈໃຫ້ຫມົດແລ້ວແຕ່ເຮົາສຳພັດເຮັດບໍ່ໄດ້……..
ພຽງແຄ່ສະເຫມີ….ກໍ່ເຂົ້າຮອບແລ້ວ ຈົບ ທຸກຢ່າງມັນຈົບ……..

ສະຕຮີບແມ໊ກຄາເລັນ ຊື່ບັກນີ້ຂ້ອຍຊິຈື່ໄປຈົນຕາຍ ເພາະມັນຄົນດຽວ…….ຄືຊິຖືກແຟນບ້ານອັງກິດລັດຕີແດ່ແມ້ເນາະ ຊິ ສົມໆໆໆໆ ນ້ຳຫນ້າມັນ
ສຸດທ້າຍແລ້ວເຮົາກະບໍ່ເຫັນອ້າຍເຮົາໂລດແລ່ນຢູ່ເທີງໃບຫຍ້າສີຂຽວ ໃນຊຸດທີມຊາດອີກແລ້ວ ຕຳນານເບີ 7 ທີມຊາດອັງກິດຈະເປັນຫນື່ງດຽວໃນໃຈຂອງຂ້ອຍ

ຄົນທີ່ເຮັດໃຫ້ຂ້ອຍມັກເຕະບານ

ຄົນທີ່ເຮັດໃຫ້ຂ້ອຍມັກແມນຍູ

ຄົນທີ່ເຮັດໃຫ້ຂ້ອຍມັກເລກ 7

ຄົນທີ່ສອນໃຫ້ຂ້ອຍທຸ້ມເທໃຫ້ກັບທຸກສີ່ງທີ່ກະທຳ

ຄົນທີ່ແລ່ນບໍ່ຢຸດເມື່ອຕອນທີ່ທີມນຳ10-0

ເດວິດ ໂຮເບຮີດ ໂຈເຊຟ ແບ໊ກແຮ໊ມ

ດ້ວຍຮັກແລະຝັກໃຝ່ໃນກາມ……….devsmudger

One Response to “ອັງກິດຕົກຮອບ ຍູໂຮ 2008”

  1. au8ust Says:

    ໃສ່ອາລົມສຸດ ໆ​ -_-a

    ມື້ຄືນກໍ່ໄດ້ຍິນພະນັກງານລົມກັນວ່າໂຄຣເອເຊຍແຂັງວ່າຊັ້ນ

Leave a Reply