ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ
| December 10th, 2007ເມື່ອໄຊອາຍຸ 6 ປີ ຂະນະທີ່ນັ່ງລົດໄປກັບພໍ່ ຖືກຕຳລວດຈັບເພາະຂັບລົດໄວເກີນກຳນົດ ພໍ່ລັກຍື່ນເງີນ 50,000 ກີບໃຫ້ຕຳລວດ ແລະໄດ້ຮັບອະນຸຍາດປ່ອຍຕົວໄປ ພໍ່ເວົ້າກັບໄຊວ່າ “ບໍ່ເປັນຫຍັງລູກ ເງີນເທົ່ານີ້ຊື້ເວລາ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ” ເມື່ອໄຊອາຍຸ 8 ປີ ປ້າລາວພາໄປຊື້ເຄື່ອງທີ່ຫ້າງສັບພະສິນຄ້າເປັນເງີນ 65,000 ກີບ ເມື່ອປ້າໄປຊຳລະເງີນ ຍື່ນເງິນໃບ 50,000 ກີບ ແລະໃບ 20,000 ກີບ ໃຫ້ພະນັກງານ ໄດ້ຮັບເງີນທອນ 35,000 ກີບ ເພາະເວລານັ້ນລູກຄ້າຫລາຍແລະພະນັກງານເຂົ້າໃຈວ່າແມ່ນເງິນໃບ 50,000 ກີບສອງໃບ ປ້າຮັບເງີນທອນແລະໃສ່ກະເປົ໋າທັນທີ ແທນທີ່ຈະບອກກັບພະນັກງານວ່າທອນເງີນຜິດ ເມື່ອອອກຈາກຮ້ານແລ້ວ ປ້າກໍເວົ້າກັບໄຊວ່າ “ບໍ່ເປັນຫຍັງຫລານ ຄວາມຜິດຂອງພວກເຂົາເອງ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ” ເມື່ອໄຊອາຍຸ 9 ປີ ຄູໃຫ້ວຽກບ້ານປູກຕົ້ນຫອມແດງ 2 ອາທິດ ແລ້ວເອົາໄປສົ່ງຢູ່ໂຮງຮຽນ ແມ່ລືມຊື້ຫົວຫອມແດງມາໃຫ້ໄຊ ເມື່ອຄົບກຳນົດມື້ສົ່ງ ແມ່ໃຫ້ພໍ່ໄປຊື້ຕົ້ນຫອມແດງຢູ່ຕະຫລາດແລະ ໃຫ້ໄຊນຳໄປສົ່ງຄູແລ້ວເວົ້າວ່າ “ບໍ່ເປັນດອກຫຍັງລູກ ຄູບໍ່ຮູ້ດອກ ມີສົ່ງກໍດີແລ້ວ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ”
ເມື່ອໄຊອາຍຸ 12 ປີ ໄຊເຮັດແວ່ນຕາໃໝ່ລາຄາແພງຂອງລຸງແຕກ ລຸງຈຶ່ງນຳໃບບິນ ໄປອ້າງກັບບໍລິສັດເຄຣດິດທີ່ລຸງໃຊ້ບໍລິການຢູ່ວ່າແວ່ນຕາຖືກລັກ ຈຶ່ງໄດ້ຮັບເງີນຊົດໃຊ້ມາ 350,000 ກີບ ເຕັມລາຄາທີ່ຊື້ມາ ລຸງເວົ້າກັບໄຊຢ່າງພາກພູມໃຈວ່າ “ບໍ່ເປັນຫຍັງດອກຫລານ ສິດຂອງເຮົາ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ”
ເມື່ອໄຊອາຍຸ 15 ປີ ໄດ້ເປັນນັກເຕະບານຂອງໂຮງຮຽນ ຄູເຝິກໄດ້ສອນວິທີກັ່ນແກ້ງຝ່າຍກົງກັນຂ້າມໃຫ້ບາດເຈັບໂດຍບໍ່ຜິດຖືວ່າຢູ່ໃນເກມ ຄູຝຶກບອກວ່າ “ບໍ່ເປັນຫຍັງດອກ ໄດ້ປຽບໄວ້ກ່ອນເປັນດີ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ”
ເມື່ອໄຊອາຍຸ 16 ປີ ໄດ້ໄປເຮັດວຽກລະຫວ່າງປິດພາກຮຽນທີ່ຜະແນກຮ້ານຄ້າ ຂອງຫ້າງສັບພະສິນຄ້າທີ່ມີຊື່ແຫ່ງໜຶ່ງ ຫົວໜ້າຜະແນກໃຫ້ໄຊຈັດກະຕ່າຫມາກໄມ້ ໂດຍແນະນຳໃຫ້ຈັດວາງໝາກໃດບໍ່ງາມໃກ້ຈະເນົ່າຢູ່ກົ້ນກະຕ່າ ຄັດເອົາແຕ່ໝາກງາມ ໃບໃຫຍ່ສີສົດຈັດວາງຢູ່ສ່ວນເທິງ ຫົວໜ້າຜະແນກສອນວ່າ “ບໍ່ເປັນຫຍັງດອກ ຜູ້ຊື້ບໍ່ໄດ້ໃຊ້ເອງ ແຕ່ນຳໄປຝາກຄົນອື່ນ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ”
ເມື່ອໄຊອາຍຸ 18 ປີ ໄດ້ສະໝັກສອບເພື່ອເຂົ້າຂໍຮັບທຶນຂອງມະຫາວິທະຍາໄລ ປະກົດຜົນຮູ້ເປັນການພາຍໃນວ່າມາເປັນອັນດັບ 2 ເມື່ອພໍ່ຮູ້ເຂົ້າຈຶ່ງໄປເວົ້າກັບກຳມະການຊຶ່ງເປັນເພື່ອນລຸ້ນດຽວກັນ ໃນທີ່ສຸດໄຊກໍໄດ້ຮັບທຶນ ພໍ່ເວົ້າກັບໄຊວ່າ “ບໍ່ເປັນຫຍັງດອກລູກ ເປັນໂອກາດຂອງເຮົາ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ”
ເມື່ອໄຊອາຍຸ 19 ປີ ໝູ່ເອົາຂໍ້ສອບປາຍປີທີ່ລັກມາຂາຍກັບໄຊເປັນເງີນ 100,000 ກີບ ໄຊຄິດຍາກແຕ່ຕັດສິນໃຈຊື້ໃນທີ່ສຸດ ເພາະໝູ່ເວົ້າວ່າ “ບໍ່ເປັນຫຍັງດອກໄຊ ອັນດັບທີ່ມີຜົນກັບອະນາຄົດ ບໍ່ວ່າໃຜກໍ່ເຮັດແນວນີ້ຫັ້ນແຫລະ”
ເມື່ອໄຊອາຍຸ 24 ປີ ໄຊຖືກຈັບຂໍ້ຫາຍັກຍອກເງີນບໍລິສັດ 10,000,000 ກີບ ແລະຕ້ອງຕິດຄຸກ ພໍ່ກັບແມ່ໄປຢາມແລະເວົ້າວ່າ “ເປັນຫຍັງລູກເຮັດແບບນີ້ ຢູ່ເຮືອນເຮົາບໍ່ໄດ້ສອນໃຫ້ລູກເປັນຄົນຂີ້ລັກແບບນີ້ເລີຍ “
ແນວຄິດຈາກ It’s okay, son, everybody does it. By Jack
Griffin ຜູ້ຮຽບຮຽບ
ແປກ ໆ ດີ ຮາ ໆ