ເລື່ອງລາວລະຫວ່າງ ພົນທະຫານ ກັບເຈົ້າຍິງ ທີ່ບໍ່ມີວັນຫວນກັບ
| January 23rd, 2008ທະຫານໜຸ່ມຫລົງຮັກເຈົ້າຍິງເລີໂສມ
ລາວຮູ້ດີເຖິງຄວາມສູງສົ່ງຂອງນາງ
ເສກເຊັ່ນດ່ຽວກັບທີ່ຮູ້ດີເຖິງຄວາມຕ່ຳຕ້ອຍຂອງຕົນ
ແຕ່ລາວຍັງຮວບຮວມຄວາມກ້າ
ຍ່າງສ່ຽງຕາຍເຂົ້າໄປບອກນາງວ່າ “ຮັກ”
ແລະຈະຢູ່ໃນໂລກຕໍ່ໄປໂດຍບໍ່ມີນາງບໍ່ໄດ້
ເຈົ້າຍິງຜູ້ເປັນດວງໃຈຕອບວ່າ
ຖ້າລາວສາມາດຖ້າຢູ່ກ້ອງລະບຽງຫ້ອງນາງ
ໄດ້ຕິດຕໍ່ກັນ 100 ມື້ 100 ຄືນ
ນາງຈະເປັນຂອງລາວຕະຫລອດໄປ
ທີ່ໃຕ້ລະບຽງນັ້ນ
ທະຫານໜຸ່ມລໍຄອຍຢູ່ທີ່ນັ້ນ
ມື້ຜ່ານມື້ ຄືນຜ່ານຄືນ
ໂດຍບໍ່ຍອມເຄື່ອນກາຍໄປບ່ອນອື່ນເລີຍ
ລາວລໍຄອຍໃນສາຍລົມບາດຜິວ
ລໍຄອຍໃນສາຍຝົນກະໜ່ຳ
ລໍຄອຍໃນຄວາມເໜັບໜາວຂອງຫິມະ
ມື້ຜ່ານມື້ ຄືນຜ່ານຄືນ
ໂດຍມີເຈົ້າຍິງຂອງລາວເຝົ້າເບິ່ງຢູ່ຕະຫລອດເວລາ
ນາງເຫັນຫຍາດນ້ຳຕາລາວໄຫລຍາວເປັນສາຍ
ຈົນຮອດໃນຄືນທີ່ 99
ທະຫານໜຸ່ມ ຢຸດຮ້ອງໄຫ້
ຢຸດລໍຄອຍ ຢຸດຖ້າ ຢຸດທຸກຢ່າງໄວ້
ແລ້ວຫັນຫລັງຍ່າງຈາກໄປ
ເລື່ອງນີ້ບໍ່ມີຕອນຈົບ ແຕ່ມີບາງຄຳຖາມ ແລະບາງຄຳຕອບໃນໃຈ
ຄວາມຮັກຂອງນາງກັບທະຫານຫນຸ່ມຄົນນັ້ນ ອາດຈະຄ້າຍກັບນາລິກາຊາຍ
ເມື່ອຝ່າຍໜຶ່ງເລີ່ມໝົດຮັກໄປ
ໃນໃຈອີກຝ່າຍກັບຮັກຂຶ້ນມາໃໝ່ເຕັມປ່ຽມ
ແຕ່ບາງທີທະຫານໜຸ່ມອາດຕັ້ງໃຈພຽງສະແດງໃຫ້ເຫັນວ່າລາວຮັກນາງຈິງແທ້ພຽງໃດ
ພຽງພິສູດໃຫ້ເຫັນແຕ່ບໍ່ຕ້ອງການຄອບຄອງໄວ້
ຫລືບາງທີລາວອາດເສຍໃຈ ຕ້ອງຕັດໃຈຈາກໄປ ເພາະຮັກຂອງລາວຖືກຂົ່ມເຫງ
ຫລືບາງທີອາດເປັນເຈົ້າຍິງເອງທີ່ຕ້ອງເສຍໃຈ
ເພາະຄົງບໍ່ມີໃຜຮັກນາງໄດ້ອີກເຖິງພຽງນີ້…..!!
ທິບ ເຮົາຖືວິສາສະແປງເປັນພາສາລາວໃຫ້ເດີ້