ໂລໂມແມ່ນອະເຫລີ….
| June 16th, 2008ໂລໂມເປັນກ້ອງນອກເຫນືອການຖ່າຍຮູບປົກກະຕິ ເພາະແມ້ແຕ່ຟີມກໍ່ສາມາດໃຊ້ໄດ້ທຸກປະເພດແມ້ຫມົດອາຍຸແລ້ວ
ແລະການຖ່າຍພາບກະບໍ່ຈຳເປັນວ່າຕາເຮົາຕ້ອງເລັງຢູ່ຊ່ອງເລັງພາບສະເຫມີໄປ ເພາະການຖ່າຍຮູບໂລໂມບໍ່ຕ້ອງເລັງ ບໍ່ມີກົດ
ຖືຕາມຄະຕິ “Don’t think, Just Shoot!” ເຊີ່ງເປັນບົດສະຫລຸບມາຈາກກົດ10ຂໍ້ທີ່ຊາວໂລໂມຮູ້ຈັກດີ
ສ່ວນນີ້ແມ່ນກົດສິບຂໍ້ຂອງ lomo
1. ເອົາກ້ອງໂລໂມຕິດໂຕໄປທຸກບ່ອນທີ່ໄປເຫດການສຳຄັນອາດເກີດຂື້ນໄດ້ທຸເວລາ
2. ໃຊ້ໄດ້ຕະຫລອດເວລາບໍ່ວ່າຈະເປັນກາງຄືນກາງເວັນ ໃນທຸກເວລາຂອງທຸກໆມື້ ມັກມີຫຍັງແປກໃຫມ່ຕະຫລອດວລາ
3. LOMOGRAPHY ເປັນສ່ວນຫນື່ງຂອງຊີວິດບໍ່ວ່າຈະກິນຈະຢ່າງຈະເວົ້າແມ້ແຕ່ຈະຄິດຈົ່ງຄິດLomograph ໄວ້ສະເຫມີ
4. ຖ່າຍໂດຍບໍ່ຕ້ອງເລັງລອງຖ່າຍໃນທີ່ທີ່ຄົນເຂົ້າໄປບໍ່ໄດ້ແຕ່ກ້ອງໄປໄດ້
5. ຖ່າຍໃຫ້ໃກ້ທີ່ສຸດ ສັມພັດກັບມັນ ເຮັດຄວາມຮູ້ຈັກກັບສີ່ງທີ່ຈະຖ່າຍ
6. ຖ່າຍຢ່າຄິດ (William Firebrace) ປ່ອຍໃຫ້ການຖ່າຍຮູບເປັນໄປຕາມສັນຊາດຕະຍານຂອງເຮົາເອງ
7. ຕ້ອງໄວສະເຫມີສຳລັບ Lomography ແລ້ວສີ່ງທີ່ເຫັນຄັ້ງທຳອິດ ສຳຄັນແລະມີຄວາມຫມາຍທີ່ສຸດຈົ່ງເຊື່ອມັ້ນໃນໂຕເອງ
8. ຢ່າຄິດຫລາຍວ່າຈະໄດ້ຮູບອອກມາແບບໃດ໋ ພາບດີດີຫລາຍຮູບເກີດຈາກຄວາມບໍ່ຕັ້ງໃຈ
9. ຫລັງຈາກລ້າງຮູບອອກມາຢ່າຄິດວ່າຮູບມັນມີຄວາມຫມາຍຫຍັງເບີ່ງເສັ້ນເບີ່ງສີເບີ່ງອົງປະກອບແລະຄິດຫາຄວາມສຸກທີ່ໄດ້ຮັບ
10. ບໍ່ຕ້ອງໄປສົນໃຈກົດໃດ໋ໆທັງນັ້ນ ຄິດກົດຂອງໂຕເອງຂື້ນມາສ້າງງານຖ່າຍທີ່ໂຕເອງຄົ້ນພົບ ປ່ອຍໃຈໃຫ້ສະບາຍແລ້ວ ມີຄວາມສຸກກັບການຖ່າຍlomo
ມີຮູບມາຝາກ



ສຳຫລັບຂ້າພະເຈົ້າການຖ່າຍຮູບມັນກະຄືຊີວິດ
ໃຊ້ຫົວໃຈຖ່າຍ…ຢ່າຄິດ….ປ່ອຍໄປຕາມອາລົມ…ວູ້ໆໆໆໆໆ
ຫຼິ້ນງ່າຍແທ້ທິບ 555