ປະລິນຍາຕີ ກັບຊີວິດຂອງຂ້າພະເຈົ້າ
| February 11th, 2009ສຸດທ້າຍແຕ່ບໍ່ທ້າຍສຸດຂ້າພະເຈົ້າກໍ່ນຳແກ້ f ຈົນຫມົດທຸກໂຕແລະໄດ້ຂຽນບົດ ສ່ວນບົດນັ້ນວາງໂຄງໄວ້ວ່າ
ແມ່ນຈະເຮັດລະບົບ e-learning ອາຈານກຳນົດວ່າໃຫ້ມີ 9-12 ຄົນເນົ່າບໍ່ ຄົນຫລາຍປານນີ້ມັນຊິເປັນບົດຈົບໄດ້ແນວໃດ
(ເຮັດບໍລິສັດກໍ່ໄດ້)
ບ້າເອີ້ຍ ຢັງບໍ່ພໍທໍ່ນັ້ນມີເລື່ອງບ້າໆອີກ ມື້ວານໄປລົງທະບຽນຮຽນ ມີຂ່າວວ່າຄ່າບົດຈົບຊັ້ນຕ້ອງໄດ້ຈ່າຍ 350 000 ກີບ
ອ້າວແລ້ວໃບລົງທະບຽນກໍ່ມີຂຽນຢູ່ຫັ້ນວ່າ ໂຄງການຈົບຊັ້ນ 4 ຫນ່ວຍກິດ ຫມາຍຄວາມວ່າແນວໃດ ງົງ
ຄິດວ່າຊິຈົບພຽງເທົ່ານັ້ນ ມີເອົາໃບສະຫມັກຮັບໃບປະກາດມາໃຫ້ຂຽນງົງຄືກັນ “ໃບສະຫມັກຮັບໃບປະກາດ”
ໃນຫມາຍເຫດຂອງເຈ້ຍດັ່ງກ່າວມີບອກວ່າ
ເຫນືອກ່ວາປະລິນຍາຕີ(ສະແດງວ່າ ໂທ ເອກ…) 35.000 ກີບ
ປະລິນຍາຕີ 30.000
ຊັ້ນສູງ 25.000
ເງິນຄ່າເຮັດໃບຂະແນນ 5000 k
ລວມແລ້ວປະລິນຍາຕີຕ້ອງຈ່າຍ ສາມສິບຫ້າພັນແຕ່ວ່າ ອາຈານບອກວ່າຂຽນແລ້ວເອົາຮູບສາມໃບກັບເງິນສີ່ສິບພັນມາສົ່ງພ້ອມ
ຫຶ
ຫຶ
ຫຶ
ແລ້ວຫ້າພັນກີບແດະ ຄ່າຫຍັງ 5000×200ຄົນ ອືມໆ ຫລາຍເຕີບ
ສະຫລຸບແລ້ວປີສຸດທ້າຍຂອງຂ້າພະເຈົ້າຊ່າງຫນ້າເວດທະນາ ພ້ອມກັບຕະຫລົກໄປອີກແບບຫນື່ງ ມີເລື່ອງບ້າໆເກີດຂື້ນຫລາກຫລາຍ
ລວມສອງເທີມປະມານສອງລ້ານ ອືມເຫີ່ເຫີ່ ສະເພາະປີສຸດທ້າຍນິກໍ່ປະມານ ລ້ານໄດ້ແລ້ວ ງົງກັບຄວາມຄິດຂອງເພິ່ນພາກັນຄິດຫຍັງຢູ່
ເອົາແບບ ຫນ້າ ,,,,, ແບບນັ້ນແຫລະ ໂຕເຮົາເອງກໍ່ພໍມີເງິນບໍ່ເດືອດຮ້ອນພໍປານໃດດອກ ແຕ່ຫາກວ່າຫມູ່ຂ້າພະເຈົ້າຜູ້ມາແຕ່ແດນໄກທັງຫລາຍ
ດ້ວຍເຫດຜົນຕ່າງໆ ທີ່ບໍ່ສາມາດຂຽນອອກມາຫມົດໄດ້ ມັນຊ່າງຫນ້າເຫລືອໃຈແທນຂະເຈົ້າ ເປັນຫຍັງບໍ່ເຂົ້າໃຈສະພາບຂອງນັກຮຽນແນ່
ເຂົ້າໃຈແຕ່ສະພາບລວມຂອງຄະນະ ແລ້ວກໍ່ປະຊຸມກັນ ຕົກລົງກັນເອງ ສະພາບລວມຂອງນັກຮຽນບໍ່ສົນໃຈ ອືມເນາະ ດີ
ປລ. ສະຫລຸບຂະແນນຜູ້ທີ່ໄດ້ຂຽນບົດຫາກໍ່ອອກອາທິດແລ້ວນີ້ ບົດຈົບບໍ່ມີໃຜໄດ້ເຮັດເພາະຖ້າແຕ່ສະຫລຸບຂະແນນ
ມີເວລາສາມເດືອນໃນການຂຽນບົດຈົບດັ່ງກ່າວ ຕະຫລົກດີ ພາກວິຊາ ຄອມພິວເຕີ້
ບໍ່ຢາກຫົວຫຍັງ ຢາກຫົວແຕ່ນອກໂຕຂຽນວ່າ
ອ່ານຕອນນີ້ເຮົາຄຶດຢາກຫົວບ່ອນ ,,,,, ຫັ້ນ ຮູ້ບໍ່ຕອນຂຽນ smarty ມັນໃຊ້ເປັນ loop ແບບໜຶ່ງໄດ້