ເວົ້າໄປແລ້ວ opensource ກັບປະເທດລາວກໍ່ມີມາດົນແລ້ວ ແຕ່ເປັນຫຍັງບໍ່ມີໃຜໃຊ້ ໂດຍສະເພາະກຸ່ມຜູ້ບຸກເບີກຫລາຍໆກຸ່ມ ກໍ່ມີການປຸກລະດົມກັນແຕ່ທ້າຍທີ່ສຸດແລ້ວກໍ່ບໍ່ມີໃຜໃຊ້ software opensource ຢ່າງຈິງໆຈັງໆ ຈັກຄົນ ນັ້ນເພາະຫຍັງ?
ສຳຫລັບຂ້າພະເຈົ້າເອງແລ້ວກໍ່ໄດ້ໃຊ້ software opensource ດັ່ງກ່າວນີ້ແບບຈິງຈັງມາເປັນເວລາ ເກືອບປີແລ້ວ ເຫດຜົນກໍ່ຄືຈະບໍ່ແຕກຕ່າງຫຍັງຈາກຄົນອື່ນໆ ທີ່ເບື່ອຫນ່າຍM$ ແລະເຫດຜົນສຳຄັນເຫນືອສິ່ງອື່ນໃດ ກໍ່ຄືໃຊ້ແລ້ວເຮົາຮູ້ສຶກ ສະບາຍໃຈ ນັ້ນຄືສິ່ງສຳຄັນທີ່ເຮັດໃຫ້ຂ້າພະເຈົ້າຕິດໃຈ software opensource ນີ້ເຫລືອເກີນ

ເອົາລະຂ້າພະເຈົ້າກໍ່ບໍ່ຢາກ ອະລຳພະບົດຍາວ ໄປໃສພຽງແຕ່ຢາກມາເລົ່າເລື່ອງຈິງທີ່ເກີດກັບຊີວິດຂ້າພະເຈົ້າຊື່ໆ
ເລື່ອງມັນມີຢູ່ວ່າ ຄອມພິວເຕີ້ຂອງຂ້າພະເຈົ້າໄດ້ລົງ OperatingSystem opensource OS ທັງຫມົດ(laptop, PC, netbook)
pc ກັບ eeepc ລົງ ubuntu ສ່ວນ laptop ລົງ fedora ແລ້ວເລື່ອງຕະຫລົກກໍ່ເກີດຂື້ນ ເມື່ອນ້ອງສາວຂອງຂ້າພະເຈົ້າ ເຊິ່ງຊີວິດບໍ່ມີຫຍັງ ນອກຈາກຫລີ້ນmsn ແລະ ເບີ່ງເວບດາລາເກົາຫລີ ແຕ່ກີ້ມັນກໍ່ໃຊ້ PC ຢູ່ບ້ານຊ່ວງຫລັງໆ(ຫ້າຫົກ ເດືອນຜ່ານມາ) ຂ້າພະເຈົ້າລົງ ubuntu ໄປແລ້ວມັນໃຊ້ບໍ່ເປັນກໍ່ໄປວຸ້ນວາຍກັບຄອມຂອງແມ່ ແລ້ວມັນກໍ່ບໍ່ມາຫຍຸ້ງອີກເລີຍ ຈົນຮອດອາທິດກ່ອນນີ້. ປົກກະຕິ ແມ່ຂ້າພະເຈົ້າໃຊ້ຄອມ ເພື່ອພິມວຽກ ເອກະສານຫຍັງຕ່າງໆ ຫລີ້ນເນັດກໍ່ຫນ້ອຍຫນື່ງສ່ວນຫລາຍກວດເມລ ແລ້ວລາວເບື່ອໄວຣັດທີ່ຢູ່ໃນ windoz (ຄົນອື່ນເອົາUSBສຽບ)
ລາວກໍ່ເລີຍຖາມວ່າ ຄວນຈະເຮັດແນວໃດ ເຮົາກໍ່ບອກໄປວ່າ ລົງ ubuntu ເລີຍ ມ້າ ອະຫະ ຫະ ຫະ ລາວກໍ່ໃຫ້ຈັດການໄປເສັດສັບ ແລ້ວບາດນີ້ ດ້ວຍຄວາມໂຫຍຫາ ຫື່ນກະຫາຍ ຂອງນ້ອງສາວຂ້າພະເຈົ້າທີ່ປວດຢາກ msn ຢາກ ຮິໄຟ ແບບຮຸນແຮງເຖິງຂັ້ນມີການຢ່າງໄປຮ້ານເນັດ ແລະດ້ວຍຄວາມກົດດັນທີ່ບໍ່ຍາກຢ່າງໄປຮ້ານເນັດດັ່າກ່າວ ອາທິດຜ່ານມາພໍແຕ່ຮອດບ້ານກໍ່ເຫັນມັນນັ່ງຫລີ້ນຄອມ(ພີຊີ)ຂອງຂ້າພະເຈົ້າຢູ່ ຂ້າພະເຈົ້າກໍ່ຖາມອ້າວ ແລ້ວໃຊ້ເປັນໄດ້ແນວໃດ (ຕອນນັ້ນເປີດທັງ firefox pidgin skype Openoffice.org ເປີດເກມ world of goo ຫລີ້ນອີກ)
ມັນກໍ່ຕອບວ່າເອີ່ກະເບີ່ງຢູ່ເມນູ ເອີ່ວະ ແມ່ນຟາມມານນນນ

ຈາກເຫດການດັ່ງກ່າວແລ້ວຕີຍອນມາທີ່ເຫດຜົນຕອນທຳອິດທີ່ໄວ້ຕັ້ງໄວ້ວ່າ ເພາະຫຍັງພວກທ່ານ ທັງຫລາຍຈັ່ງບໍ່ພາກັນໃຊ້ ນັ້ນແຫລະມັນຄືເຫດຜົນ
“ຄວາມລື້ງເຄີຍ” ຈາກ M$ ມັນໄດ້ຖືກຝັງລົງໃນສະຫມອງຂອງຄົນລາວລວມໄປຮອດເດັກນ້ອຍລາວທຸກຄົນວ່າ ເອີ່ໃຊ້ຄອມ ມັນຕ້ອງແມ່ນ M$. linux ໃຊ້ຍາກ……ເອີ່ແລ້ວເຫດການທີ່ເກີດຂື້ນໃນຄອບຄົວຂອງຂ້າພະເຈົ້າ ມັນອະທິບາຍໄດ້ບໍ ວ່ານ້ອງມັນເປັນອັດສະລິຍະ ທາງຄອມພິວເຕີ້ ຫລືມັນພຽງແຕ່ user ຂີ້ຫມາ ທີ່ຢາກຫລີ້ນ hi5 ຈົນດີ້ນລົນຫາທາງອອກເອງ ເອົາແຫລະບໍ່ວ່າຄຳຕອບມັນຈະເປັນແບບໃດ ແຕ່ຂ້າພະເຈົ້າກໍ່ເຊື່ອວ່າ ເມື່ອຄົນເຮົາມາ ຮອດຈຸດໃດຫນື່ງທີ່ຕ້ອງ ປ່ຽນແລະສະພາບແວດລ້ອມທີ່ເປັນໃຈໃຫ້ຕ້ອງປ່ຽນ ມັນກໍ່ຈະເຮັດໃຫ້ຄວາມຄິດຂອງຄົນປ່ຽນ ນັ້ນແຫລະຄືສ່ວນ ຫນື່ງທີ່ຂ້າພະເຈົ້າຢາກເວົ້າໃນບັນທຶກນີ້ “Linux ໃຊ້ຍາກ ຫລື ຄົນໃຊ້ບໍ່ຍາກໃຊ້” ທຽບກັບນ້ອງສາວຂ້າພະເຈົ້າ ມັນໃຊ້ເວລາ ພຽງສອງ ສາມ ຊົ່ວໂມງໃນການຮຽນໃຊ້ ຕໍ່ dialup ໄດ້ ເປີດ browser ເປັນ ໃຊ້ pidgin ເປັນສະຫລຸບແລ້ວ ມັນໃຊ້ ເປັນທຽບເທົ່າກັບ user ຫນື່ງໆ ທີ່ຕ້ອງການພື້ນຖານການໃຊ້ ຄອມພິວເຕີ້

ສຳຫລັບພວກທ່ານແລ້ວ ຄິດແບບໃດກັບການປ່ຽນ ເຫດຜົນທີ່ມາຂຽນນີ້ກໍ່ບໍ່ແມ່ນມາບົງການໃຫ້ ໃຜມາປ່ຽນດັ່ງຂ້າພະເຈົ້າ ຫາກແຕ່ວ່າການປ່ຽນດັ່ງກ່າວມັນເປັນເລື່ອງ”ດີກ່ວາ” ສຳຫລັບຂ້າພະເຈົ້າແລະຄອບຄົວແລ້ວມັນກໍ່ເກີດເລື່ອງດີຂື້ນ ຫາກແຕ່ພວກທ່ານ ຢັງບໍ່ພ້ອມທີ່ຈະປ່ຽນ ຫລືຕ້ອງການໃຊ້ windoz ຄູ່ກັບ linux ຄືຫລາຍໆຄົນເຮັດແລ້ວເຊື່ອເຖາະວ່າ ພວກທ່ານຈະອອກຈາກ windoz ໄດ້ຊ້າຫລາຍໆ ຫລືບາງຄົນກໍ່ເກືອບວ່າກັບໄປໃຊ້ windoz ຄືນ ການປ່ຽນຫລືໃຊ້ດັ່ງກ່າວ ກໍ່ບໍ່ຕ່າງຫຍັງກັບການຄົບແຟນ ເມື່ອຄົນທີ່ເຮົາຄົບຢູ່ ເຮົາພໍໃຈ ຢູ່ນຳແລ້ວມີຄວາມສຸກ ເຮົາກໍ່ບໍ່ມີເຫດຜົນຫຍັງທີ່ຕ້ອງປ່ຽນ ແຕ່ຫາກຄົນທີ່ເຮົາຢູ່ນຳ ສ້າງແຕ່ບັນຫາ ແລະຄວາມວຸ້ນວາຍ ມາໃຫ້ເຮົາ ກໍ່ປ່ຽນໆ ໄປດີກ່ວາ ທ້າຍສຸດແລ້ວຄົນທີ່ຄິດຍາກປ່ຽນ ແນ່ນອນກໍ່ຕ້ອງໄດ້ຮຽນຮູ້ກັບສິ່ງໃຫມ່ໆ ຂອງຄົນໃຫມ່ທີ່ເຮົາຢັງບໍ່ເຂົ້າໃຈ ເພື່ອໃຫ້ຮູ້ ເຊິ່ງກັນແລະກັນ ແລະຖ້າຫາກຄົບໄປແລ້ວມີຄວາມສຸກ ຮອດຕອນນັ້ນທ່ານ ກໍ່ຕ້ອງເປັນຝ່າຍເລືອກເອງວ່າຈະຄົບກັນຕໍ່ຫລືເລີກກັນ.

3 Responses to “opensource ກັບ ຂ້າພະເຈົ້າ”

  1. au8ust Says:

    ອີກຈັກ 3-4 ປີ ຖ້າ Ubuntu 12 ອອກ ອາດຈະກັບໄປໃຊ້ ແຕ່ຕອນນີ້ ຂໍສະຖິດຢູ່ກັບ XP ຕໍ່ໄປ -*-

  2. devsmudger Says:

    ນິນເຮົາວ່າຕອນນັ້ນ ubuntu ມັນກາຍເປັນ ຂີ້ຕົມໄປແລ້ວ ກ໊າກກກກ

  3. au8ust Says:

    ອ້າວ ເປັນຫຍັງ Ubuntu ບໍ່ຈົງຈະເລີນຫວາ ກຳ ກຳ ກຳ ອົດສາຕັ້ງຄວາມຫວັງ

Leave a Reply