i choosed !!!
| March 15th, 2009ແລະແລ້ວຂ້າພະເຈົ້າກໍ່ຕັດສິນໃຈໄດ້ ກໍ່ແບບກຶນບໍ່ເຂົ້າຄາຍບໍ່ອອກ ຕັດສິນໃຈບໍ່ໄດ້ ເດັດຂາດແຕ່ໄປລົມກັບຫົວຫນ້າບອອກວ່າສິ້ນເດືອນຂໍອອກຈາກ ກະຊວງ
ເຫີ່ເຫີ່
ເພາະຫຍັງຈຶ່ງເລືອກບໍລິສັດເອກະຊົນເຫດຜົນງ່າຍໆ
1. ຂ້າພະເຈົ້າຢັງໄວລຸ້ນຢູ່ 21 ປີ ຢາກເຫັນຫຍັງທີ່ຫລາຍກ່ວາ
2. ທິໂກ້ ຟຣີໄຕສ ສະບາຍໃຈ(ຍ້ອມຜົມໄດ້ -..-)
3. ເຮັດກັບເອກະຊົນກົດດັນດີ ໄດ້ພັດທະນາໂຕເອງ ( ມີແຕ່ຄົນເກັ່ງໆ )
4. ວຽກກັບທິໂກ້ຖືກກັບຄວາມຕ້ອງການ
5. ເງິນ >
6. ມີແຕ່ສາວຫນ້າຮັກ
7. ເຮັດຫຍັງກໍ່ໄດ້ອັນນັ້ນ(ກັບເອກະຊົນ)
8. ອີກຫລາຍເຫດຜົນບໍ່ສາມາດເອົາມາເວົ້າໄດ້
ນັ້ນແຫລະກໍ່ເອົາເປັນວ່າຂ້າພະເຈົ້າໄດ້ເລືອກໄປແລ້ວແລະກໍ່ເລືອກ tigo ຫວັງວ່າຫລາຍຢ່າງຈະດີຂື້ນຫລັງຈາກປີໃຫມ່ລາວ
ສ່ວນໃນເດືອນນີ້ກໍ່ຮຽນຮູ້ວຽກໄປພາງພາງກ່ອນ + ຈັດການວຽກທີ່ເຫລືອໃນກະຊວງ
ທີ່ຍັງບໍ່ຫມົດຄື ບົດຈົບປະລິນຍາຕີ ຍັງບໍ່ໄດ້ເຮັດຫຍັງເລີຍ -*- ກໍ່ກະວ່າເດືອນສີ່ຈະເຮັດໃຫ້ແລ້ວ (ຫວັງວ່າ)
ສູ້ຕໍ່ໄປ thippy
ດີຊ່ຳໃດຄຶດເອົາ ໄປເຮັດວຽກບໍ່ພໍເດືອນຊື້ລົດຈັກມີຂີ່ໄດ້
ເມບບໍ່
ກ໊າກກກ
ອີກເຫດຜົນ
ຄ້ານປະຊຸມ
ລຳຄານການເອີ້ນໄປລົມແບບໄລ້ສາລະ
ສຸດທ້າຍກໍ່ບໍ່ມີຫຍັງ
ແລະ
ບໍ່ວ່າຫຍັງຈະເກີດຂື້ນແບບວ່າ ຄົນກູ ຄົນກູ ໄວ້ກ່ອນ ກິນກັນໄປເທາະ ຕັ້ງແຕ່ປູ່ຮອດຫລານ
ກຣູໄປແຫລະບໍ່ຢູ່ກັບສູແລ້ວ