Archive for the ຊີວິດແລະມິດຕະພາບ Category

/me ……. stop

| May 22nd, 2009

ດົນມາແລ້ວທີ່ຂ້າພະເຈົ້າບໍ່ໄດ້ອັບ ບລ໊ອກຂອງໂຕເອງ ມົວແຕ່ວຸ້ນໆຢູ່ກັບສິ່ງອື່ນທີ່ບໍ່ເກີດປະໂຫຍດສຸກ
ແລ່ນນຳນັ້ນນຳນີ້ ຈົນຊີວິດມັນເບີ່ງແລ້ວເປັນວຸ້ນວາຍແບບໃດ ແບບຫນຶ່ງ ຕັ້ງແຕ່ໄດ້ວຽກໃຫມ່ກໍ່ໄດ້ ລາມໄປເລື້ອຍ
ລວມທັງເລື່ອງເຮັດບົດ ຈັ່ງແມ່ນຄັກຕອນນີ້ບໍ່ເຫັນວິນຍານໃບປະກາດໄປແລ້ວ ເອີ່ເນາະຄິດໄປມາແລ້ວງົງໂຕເອງ
ຕັ້ງແຕ່ໃດມາຂ້າພະເຈົ້າມັກເກີດຄຳຖາມໃຫ້ແກ່ໂຕເອງເຊັ່ງ ເພາະຫຍັງ ເປັນຫຍັງ ແລະຫາກວ່າ ຄຳຖາມປະມານນີ້
ມັກເກີດຂື້ນໃນຄວາມຄິດສ່ວນເລິກໃນສະຫມອງເປັນສ່ວນໃຫຍ່ ແບບບໍ່ຕັ້ງໃຈຄິດຊີ້ເນະ ເອີ້ປະມານນັ້ນແຫລະ

ມາເຂົ້ານ້ຳເປັນຕ່ອນກັນດີກ່ວາ ຄືຊ່ວງນີ້ເລີ່ມເບື່ອກັບການ ຕ້ອງມາແລ່ນຕາມ ທຸກຢ່າງ ຄືອັນຄຳວ່າຢາກມີນີ້ນະ
ບໍ່ແມ່ຂ້າພະເຈົ້າດອກທີ່”ຢາກ” ແຕ່ຫາກແມ່ຄົນອ້ອມຂ້າງ ທັງແມ່ທັງນ້ອງ ແລະຄົນທົ່ວໄປຕ່າງ ກໍ່ມັກປ່ອຍລົມປາກ
ອອກມາເປັນຄຳວ່າ ຢາກ ຢາກ ຢາກ ກັນທັງນັ້ນ ທຳມະດາແລ້ວກໍ່ເລື່ອງຂອງເຂົາເຣົາບໍ່ເດືອດຣ້ອນຫຍັງດອກ
ຫາກແຕ່ມັນລຳຄານ ພວກທ່ານຊິຢາກມີໄປຮອດໃສ ການທີ່ເຮົາມີລົດດີໆ ຂີ່ ເຮືອນຫລັງໃຫຍ່ໆ ຢູ່ ເງິນຫລາຍໆ
ທໍ່ນັ້ນບໍ່ຄືຄວາມສຸກຂອງທ່ານ ເວົ້າໄປແລ້ວໂຕເຣົາເອງກໍ່ບໍ່ຕ່າງຫຍັງຈາກຄົນເລົ່ານັ້ນ ຂ້າພະເຈົ້າຢາກມີຄວາມສຸກ ກໍ່ເທົ່ານັ້ນ
ກໍ່ໃຊ້ຊີວິດໄປໆ ຕາມແຕ່ລະມື້ ມີຄວາມສຸກຈາກ ເອວີ ແນ່ ຈາກນັ້ນນີ້ແນ່ ແຕ່ກະຮູ້ສຶກວ່າ ມັນຂາດຫຍັງຈັກຢ່າງໄປຢູ່ດີ

ອັນໂຕເຮົາເອງເປັນພວກ ຫົວບູຮານສະໄຫມໃຫມ່ ຄືບໍ່ຢາກໄດ້ໃຫມ່ຖ້າອັນເກົ່າມັນດີຢູ່ ບໍ່ຢາກຈາກບ່ອນຢູ່ຂອງໂຕເອງໄປໃສ
ທັ້ງທີ່ຢູ່ແລ້ວມີຄວາມສຸກ ອານາຄົດແນ່ນອນມັນກໍ່ຄືຄວາມບໍ່ແນ່ນອນບໍ່ວ່າໃຜເມື່ອຮອດມື້ມັນກໍ່ຕາຍ ແຕ່ຕອນຢູ່ນີ້ແຫລະຈະເຮັດແນວໃດ
ໃຫ້ມີຄວາມສຸກ ເບາະ ຫຶ

ບອກແນ່

ປລ. ມີເຫດຈຳເປັນຕ້ອງໄດ້ໄປຕ່າງປະເທດເປັນເວລາຢາວນານ ບໍ່ຢາກໄປອີ່ຫລີ ບ້ານເຮົາມັນດີຢູ່ແລ້ວ

IOSN training in lao

| May 8th, 2009

ສອງສາມມື້ມານີ້ບໍຄ່ອຍມີເວລາເຮັດຫຍັງ ແຖມລາວຊ້າກໍເຂົ້າບໍໄດ້ເພາະມີບັນຫາກັບດາຕ້າເບສ ຫນ້ອຍຫນື່ງ
ເອົາລະມາເຂົ້າເລື່ອງເລີຍ ຕອນນີ້ກໍກຳລັງ ເທນນີ້ງຢູ່ດົງໂດກ ກ່ຽວກັບ LINUX ໃນຫົວຂໍ້ linux training of trainer(LToT)
ເພື່ອຊິເສັງເອົາ certification LPI LEVEL 1 ວ່າຊັ້ນ ແຕ່ງົງຊິບເພາະເປັນພາສາອັງກິດຫມົດ ສ່ວນເລື່ອງລາວທີ່ມາທີ່ໄປເປັນແນວໃດ໋ເອົາ
ໄວ້ເວົ້າໃນພາຍຫນ້າ ຫຶຫຶ

ສອງມື້ມານີ້ ກໍໄດ້ຮຽນກ່ຽວກັບ basic linux ນັ້ນແຫລະຕັ້ງແຕ່ເລີ່ມຈົນ ງົງ
ມີຄົນລາວນຳກັນສີ່ຄົນ ຫ້າລາວທັງ ອ້າຍອະນຸສັກ
ສ່ວນເຮົາເອງກໍເພີ່ງພາໃບບຸນຂອງos555 ເກາະຕິດສະຖານະະການ ວະຮະຮາ

ຫມົດແຫລະມາບອກແລ້ວກໍໄປ

ປລ% ບໍໄດ້ຖ່າຍຮູບຫມຼ່ເພາະເມົາມົວນຳນາລີ Dr Francis Os and me

i choosed !!!

| March 15th, 2009

ແລະແລ້ວຂ້າພະເຈົ້າກໍ່ຕັດສິນໃຈໄດ້ ກໍ່ແບບກຶນບໍ່ເຂົ້າຄາຍບໍ່ອອກ ຕັດສິນໃຈບໍ່ໄດ້ ເດັດຂາດແຕ່ໄປລົມກັບຫົວຫນ້າບອອກວ່າສິ້ນເດືອນຂໍອອກຈາກ ກະຊວງ
ເຫີ່ເຫີ່

ເພາະຫຍັງຈຶ່ງເລືອກບໍລິສັດເອກະຊົນເຫດຜົນງ່າຍໆ
1. ຂ້າພະເຈົ້າຢັງໄວລຸ້ນຢູ່ 21 ປີ ຢາກເຫັນຫຍັງທີ່ຫລາຍກ່ວາ
2. ທິໂກ້ ຟຣີໄຕສ ສະບາຍໃຈ(ຍ້ອມຜົມໄດ້ -..-)
3. ເຮັດກັບເອກະຊົນກົດດັນດີ ໄດ້ພັດທະນາໂຕເອງ ( ມີແຕ່ຄົນເກັ່ງໆ )
4. ວຽກກັບທິໂກ້ຖືກກັບຄວາມຕ້ອງການ
5. ເງິນ >
6. ມີແຕ່ສາວຫນ້າຮັກ
7. ເຮັດຫຍັງກໍ່ໄດ້ອັນນັ້ນ(ກັບເອກະຊົນ)
8. ອີກຫລາຍເຫດຜົນບໍ່ສາມາດເອົາມາເວົ້າໄດ້

ນັ້ນແຫລະກໍ່ເອົາເປັນວ່າຂ້າພະເຈົ້າໄດ້ເລືອກໄປແລ້ວແລະກໍ່ເລືອກ tigo ຫວັງວ່າຫລາຍຢ່າງຈະດີຂື້ນຫລັງຈາກປີໃຫມ່ລາວ
ສ່ວນໃນເດືອນນີ້ກໍ່ຮຽນຮູ້ວຽກໄປພາງພາງກ່ອນ + ຈັດການວຽກທີ່ເຫລືອໃນກະຊວງ
ທີ່ຍັງບໍ່ຫມົດຄື ບົດຈົບປະລິນຍາຕີ ຍັງບໍ່ໄດ້ເຮັດຫຍັງເລີຍ -*- ກໍ່ກະວ່າເດືອນສີ່ຈະເຮັດໃຫ້ແລ້ວ (ຫວັງວ່າ)

ສູ້ຕໍ່ໄປ thippy :)

ກໍ່ຄິດວ່າຈະບໍ່ຂຽນແລ້ວ ມັນກໍາຈັ່ງໃດຯ ຢູ່ ແບບວ່າຊ່ວງນີ້ຂ້າພະເຈົ້າເອງເຣັດວຽກສອງ ຍາມ ຕອນ 8-16.30 ເຣັດຢູ່ກະຊວງ…..(ຄິດເອງ)
ແລ້ວ 5-9 ກໍ່ຕໍ່ຢູ່ ທິໂກ້ໄປເຣັດເປັນ software-engineering ຢູ່ຫັ້ນ ອືມກໍ່ດີຢູ່ ແຕ່ມັນບັງເອີນເຫລືອເກີນທີ່ ສັນຍາຢູ່ກະຊວງກຳລັງຈະຫມົດລົງ
ຂ້າພະເຈົ້າຖືກຈ້າງໃນຖານະ ສັນຍາຈ້າງ ແລະຈະຫມົດ ລົງສີ້ນເດືອນນີ້ ແລ້ວບາດນີ້ ຢູ່ທິໂກ້ ກໍ່ມີສັນຍາພາສທາມໃຫ້ເຣົາພຽງສອງເດືອນ ຄື 3 ແລະ 4
ແລ້ວຫລັງຈາກນັ້ນໃກ້ມາເຮັດຟຣູທາມ
ອໍ່ມັນຊ່າງບັນຈົບກັນອີ່ຫລີ ແຕ່ວ່າບັນຫາຄື ຖ້າຢູ່ກະຊວງຕໍ່ກໍ່ໄດ້ ແລະອອກ ກໍ່ໄດ້ ມາຢູ່ທິໂກ້ ໄດ້ ສິ່ງແບບວ່ານັ້ນແຫລະດີກ່ວາ….ອືມເນາະ

ເອົາແນວໃດດີ ຕອນນີ້ກໍ່ຕັດສິນໃຈບໍ່ໄດ້ໃຈຫນຶ່ງຣັກ ໃຈຫນຶ່ງມັກ

ຊິເລືອກຄົນທີ່ຫມັ້ນຄົງກັບເຮົາໄປຕລອດຊີວິດ(maybe)ແຕ່ລຳບາກ ຫລື ເອົາຄົນທີ່ງາມ xxx ເກັ່ງ ມັນ ເລົ້າໃຈ ສຸດ xx ສຸດຕຮີນນນ ນາງແບບ ແຕ່ບໍ່ຮູ້ອານາຄົດ(ລ້ຽງເຮົາອີກ)

ແລ້ວຂ້າພະເຈົ້າຈະເລືອກໃຜຕິດຕາມໄດ້ຕອນຕໍ່ໄປ

ວັນພິພາກສາ

| February 25th, 2009

ມື້ນີ້ 25/2/09 ມີປ້ອງກັນບົດຢູ່ ມ ຊ (ບົດຈົບປະລິນຍາຕີ)
ກໍ່ແບບວ່ານັ້ນແຫລະ ກ່ອນຂຽນໂຄງການກໍ່ມີ ສົງຫົວຂໍ້ ໂພໂບໂຊ ບຣາບຣາບຣາ ແລະເລື່ອງບ້າໆອີກ ສິບເລື່ອງ

ກໍ່ຮອດເວລາ ທີ່ເຮົາຂື້ນໄປພຣີເຊັນບົດ ອືມ ອືມ ຫົວຂໍ້ຂອງເຮົາແມ່ນ ລະບົບປະຕິບັດການພ້ອມໃຊ້ສຳຫລັບ webserver
ແຕ່ຕອນສົງໂພໂບໆ ຜ່ານມອາທິດຫນື່ງກໍ່ບໍ່ເວົ້າຫຍັງ ແຕ່ພໍມາຮອດ ມື້ນີ້ພໍແຕ່ຂື້ນໄປ ເພີ່ນກໍ່ເວົ້າຂື້ນວ່າ ໂອ່ ແບບນີ້ ມັນມີແລ້ວ
ອືມ ມີແຕ່ ຂ້າພະເຈົ້າເອົາມາເຮັດໃຫ້ມັນພ້ອມໃຊ້ວຽກສຳຫລັບຄົນລາວເລີຍມັນຜິດຫວາ ງົງ

ແລ້ວອາຈານກໍ່ຖາມວ່າ
໑. ເປັນຫຍັງຕ້ອງມາເຮັດ opensource
໒. ເຮັດໄປແລ້ວໄດ້ຫຍັງ

ເປັນຫຍັງຕ້ອງມາເຮັດ ໂອ່ເພັນຯ ອືມ…. ອັນນີ້ຂໍບໍ່ເວົ້າຫຍັງຫລາຍມັນສະແດງອອກຢູ່ຫລາຍໆ ສິ່ງທີ່ເຮົາເຮັດມາ
ແລະຫນື່ງໃນນັ້ນກໍ່ຄື laoubuntu.com (ແຕ່ບໍ່ໄດ້ບອກອາຈານແບບນີ້ດອກ) ກໍ່ບອກອາຈາໄປເຖິງເຫດຜົນຕ່າງໆນາໆ
ເຫດການຕ່າງໆ ທີ່ກຳລັງຈະເກີດຂື້ນ ແຕ່ກໍ່ຖືກຕັດບົດ (ອີກແລ້ວ) ເອົາເປັນວ່າບໍ່ຍອມຮັບແນວຄິດຂອງເຮົາຫລື ບໍ່ມີເວລາ ຯຯຯ
ສ່ວນອັນທີ່ວ່າເຮັດໄປແລ້ວໄດ້ຫຍັງ ເຮົາກໍ່ບອກແຕ່ວ່າ webserver ກໍ່ຢາກອະທິບາຍໄປໃຫ້ເຂົ້າໃຈກັນແຈ່ມແຈ້ງຫມົດທຸກຄົນແຕ່ວ່າ
ກໍ່ຖືກຕັດ ຕັດ ແບບວ່າແຫລະ ສະຫລຸບແລ້ວບໍ່ຢາກໃຫ້ເຮົາເຮັດ ແຕ່ ບອກໄປເບີ່ງ mobileOS Voip ແລ້ວມັນຕ່າງຈາກ webserver ພ້ອມໃຊ້ຂອງ ກຣູ ບ່ອນໃດເລີ່ມທໍ້ແລ້ວ ເຮັດຫຍັງກໍ່ມີອຸປະສັກ ດຽປັດ ຫາເມຍລວຍໆ ແລ້ວໃຊ້ຊີວິດຫມາ ຫມາດີກ່ວາ

ເປັນຫຍັງຫວາ ອາຈານ ນ້ອງຈັ່ງເຮັດ opensource ກະເພາະວ່າ opensource open mind ແບບນັ້ນແຫລະ ຖ້າເຮົາບໍ່ເຮັດແລ້ວຖ້າໃຜເຮັດ
ມັນເວົ້າເຖິງ ສັງຄົມ ການເກື້ອກູນ ແລະແບ່ງປັນ ກັນ ບໍ່ແມ່ນ ຊິຄິດແຕ່ວ່າເຮັດໄປແລ້ວ no money no honey ແລ້ວກູບໍ່ເຮັດ

ເອີ່ອັນນີ້ກໍ່ໃນຄວາມຄິດຂອງນ້ອງ ແບບວ່ານ້ອງ no money ແຕ່ກະຢັງມີ friend(s) ທີ່ພ້ອມຈະຊ່ວຍສະເຫມີໃນສັງຄົມ ໂອ່ເພັນຊ໊ອດ
ແບບນັ້ນນ່າ……………ເບື່ອເບື່ອ ຢາກໄປຢູ່ໃນໂລກ ແມັສທຣິກ

ປລ. ສຸດທ້າຍກໍ່ບົດບໍ່ຜ່ານ
ປວ. ສຸດທ້າຍກະໄດ້ຂຽນໂພໂບໂຊໃຫມ່ ສະເຫນີຫົວຂໍ້ໃຫມ່
ປຫ. ເບີ່ງຄົນອື່ນໄປ ເລື່ອງ ເວບ ເລື່ອງລະບົບເກັບຂໍ້ມູນ ເງີ້….. ເວົ້າຮອດສາມນາທີ ຫົວບົດຜ່ານ
ປອ. ຮູ້ແລ້ວເປັນຫຍັງ opensource ບ້ານເຮົາຈັ່ງບໍ່ຂະຫຍາຍໂຕ ເພາະມີຄົນຄື (ທ່ານ) ນັ້ນແຫລະ
ປຮ. ມີຫລາຍເລື່ອງກ່ອນນີ້ແຕ່ ຮ ແລ້ວ ຈົບ

ເວົ້າໄປແລ້ວ opensource ກັບປະເທດລາວກໍ່ມີມາດົນແລ້ວ ແຕ່ເປັນຫຍັງບໍ່ມີໃຜໃຊ້ ໂດຍສະເພາະກຸ່ມຜູ້ບຸກເບີກຫລາຍໆກຸ່ມ ກໍ່ມີການປຸກລະດົມກັນແຕ່ທ້າຍທີ່ສຸດແລ້ວກໍ່ບໍ່ມີໃຜໃຊ້ software opensource ຢ່າງຈິງໆຈັງໆ ຈັກຄົນ ນັ້ນເພາະຫຍັງ?
ສຳຫລັບຂ້າພະເຈົ້າເອງແລ້ວກໍ່ໄດ້ໃຊ້ software opensource ດັ່ງກ່າວນີ້ແບບຈິງຈັງມາເປັນເວລາ ເກືອບປີແລ້ວ ເຫດຜົນກໍ່ຄືຈະບໍ່ແຕກຕ່າງຫຍັງຈາກຄົນອື່ນໆ ທີ່ເບື່ອຫນ່າຍM$ ແລະເຫດຜົນສຳຄັນເຫນືອສິ່ງອື່ນໃດ ກໍ່ຄືໃຊ້ແລ້ວເຮົາຮູ້ສຶກ ສະບາຍໃຈ ນັ້ນຄືສິ່ງສຳຄັນທີ່ເຮັດໃຫ້ຂ້າພະເຈົ້າຕິດໃຈ software opensource ນີ້ເຫລືອເກີນ

ເອົາລະຂ້າພະເຈົ້າກໍ່ບໍ່ຢາກ ອະລຳພະບົດຍາວ ໄປໃສພຽງແຕ່ຢາກມາເລົ່າເລື່ອງຈິງທີ່ເກີດກັບຊີວິດຂ້າພະເຈົ້າຊື່ໆ
ເລື່ອງມັນມີຢູ່ວ່າ ຄອມພິວເຕີ້ຂອງຂ້າພະເຈົ້າໄດ້ລົງ OperatingSystem opensource OS ທັງຫມົດ(laptop, PC, netbook)
pc ກັບ eeepc ລົງ ubuntu ສ່ວນ laptop ລົງ fedora ແລ້ວເລື່ອງຕະຫລົກກໍ່ເກີດຂື້ນ ເມື່ອນ້ອງສາວຂອງຂ້າພະເຈົ້າ ເຊິ່ງຊີວິດບໍ່ມີຫຍັງ ນອກຈາກຫລີ້ນmsn ແລະ ເບີ່ງເວບດາລາເກົາຫລີ ແຕ່ກີ້ມັນກໍ່ໃຊ້ PC ຢູ່ບ້ານຊ່ວງຫລັງໆ(ຫ້າຫົກ ເດືອນຜ່ານມາ) ຂ້າພະເຈົ້າລົງ ubuntu ໄປແລ້ວມັນໃຊ້ບໍ່ເປັນກໍ່ໄປວຸ້ນວາຍກັບຄອມຂອງແມ່ ແລ້ວມັນກໍ່ບໍ່ມາຫຍຸ້ງອີກເລີຍ ຈົນຮອດອາທິດກ່ອນນີ້. ປົກກະຕິ ແມ່ຂ້າພະເຈົ້າໃຊ້ຄອມ ເພື່ອພິມວຽກ ເອກະສານຫຍັງຕ່າງໆ ຫລີ້ນເນັດກໍ່ຫນ້ອຍຫນື່ງສ່ວນຫລາຍກວດເມລ ແລ້ວລາວເບື່ອໄວຣັດທີ່ຢູ່ໃນ windoz (ຄົນອື່ນເອົາUSBສຽບ)
ລາວກໍ່ເລີຍຖາມວ່າ ຄວນຈະເຮັດແນວໃດ ເຮົາກໍ່ບອກໄປວ່າ ລົງ ubuntu ເລີຍ ມ້າ ອະຫະ ຫະ ຫະ ລາວກໍ່ໃຫ້ຈັດການໄປເສັດສັບ ແລ້ວບາດນີ້ ດ້ວຍຄວາມໂຫຍຫາ ຫື່ນກະຫາຍ ຂອງນ້ອງສາວຂ້າພະເຈົ້າທີ່ປວດຢາກ msn ຢາກ ຮິໄຟ ແບບຮຸນແຮງເຖິງຂັ້ນມີການຢ່າງໄປຮ້ານເນັດ ແລະດ້ວຍຄວາມກົດດັນທີ່ບໍ່ຍາກຢ່າງໄປຮ້ານເນັດດັ່າກ່າວ ອາທິດຜ່ານມາພໍແຕ່ຮອດບ້ານກໍ່ເຫັນມັນນັ່ງຫລີ້ນຄອມ(ພີຊີ)ຂອງຂ້າພະເຈົ້າຢູ່ ຂ້າພະເຈົ້າກໍ່ຖາມອ້າວ ແລ້ວໃຊ້ເປັນໄດ້ແນວໃດ (ຕອນນັ້ນເປີດທັງ firefox pidgin skype Openoffice.org ເປີດເກມ world of goo ຫລີ້ນອີກ)
ມັນກໍ່ຕອບວ່າເອີ່ກະເບີ່ງຢູ່ເມນູ ເອີ່ວະ ແມ່ນຟາມມານນນນ

ຈາກເຫດການດັ່ງກ່າວແລ້ວຕີຍອນມາທີ່ເຫດຜົນຕອນທຳອິດທີ່ໄວ້ຕັ້ງໄວ້ວ່າ ເພາະຫຍັງພວກທ່ານ ທັງຫລາຍຈັ່ງບໍ່ພາກັນໃຊ້ ນັ້ນແຫລະມັນຄືເຫດຜົນ
“ຄວາມລື້ງເຄີຍ” ຈາກ M$ ມັນໄດ້ຖືກຝັງລົງໃນສະຫມອງຂອງຄົນລາວລວມໄປຮອດເດັກນ້ອຍລາວທຸກຄົນວ່າ ເອີ່ໃຊ້ຄອມ ມັນຕ້ອງແມ່ນ M$. linux ໃຊ້ຍາກ……ເອີ່ແລ້ວເຫດການທີ່ເກີດຂື້ນໃນຄອບຄົວຂອງຂ້າພະເຈົ້າ ມັນອະທິບາຍໄດ້ບໍ ວ່ານ້ອງມັນເປັນອັດສະລິຍະ ທາງຄອມພິວເຕີ້ ຫລືມັນພຽງແຕ່ user ຂີ້ຫມາ ທີ່ຢາກຫລີ້ນ hi5 ຈົນດີ້ນລົນຫາທາງອອກເອງ ເອົາແຫລະບໍ່ວ່າຄຳຕອບມັນຈະເປັນແບບໃດ ແຕ່ຂ້າພະເຈົ້າກໍ່ເຊື່ອວ່າ ເມື່ອຄົນເຮົາມາ ຮອດຈຸດໃດຫນື່ງທີ່ຕ້ອງ ປ່ຽນແລະສະພາບແວດລ້ອມທີ່ເປັນໃຈໃຫ້ຕ້ອງປ່ຽນ ມັນກໍ່ຈະເຮັດໃຫ້ຄວາມຄິດຂອງຄົນປ່ຽນ ນັ້ນແຫລະຄືສ່ວນ ຫນື່ງທີ່ຂ້າພະເຈົ້າຢາກເວົ້າໃນບັນທຶກນີ້ “Linux ໃຊ້ຍາກ ຫລື ຄົນໃຊ້ບໍ່ຍາກໃຊ້” ທຽບກັບນ້ອງສາວຂ້າພະເຈົ້າ ມັນໃຊ້ເວລາ ພຽງສອງ ສາມ ຊົ່ວໂມງໃນການຮຽນໃຊ້ ຕໍ່ dialup ໄດ້ ເປີດ browser ເປັນ ໃຊ້ pidgin ເປັນສະຫລຸບແລ້ວ ມັນໃຊ້ ເປັນທຽບເທົ່າກັບ user ຫນື່ງໆ ທີ່ຕ້ອງການພື້ນຖານການໃຊ້ ຄອມພິວເຕີ້

ສຳຫລັບພວກທ່ານແລ້ວ ຄິດແບບໃດກັບການປ່ຽນ ເຫດຜົນທີ່ມາຂຽນນີ້ກໍ່ບໍ່ແມ່ນມາບົງການໃຫ້ ໃຜມາປ່ຽນດັ່ງຂ້າພະເຈົ້າ ຫາກແຕ່ວ່າການປ່ຽນດັ່ງກ່າວມັນເປັນເລື່ອງ”ດີກ່ວາ” ສຳຫລັບຂ້າພະເຈົ້າແລະຄອບຄົວແລ້ວມັນກໍ່ເກີດເລື່ອງດີຂື້ນ ຫາກແຕ່ພວກທ່ານ ຢັງບໍ່ພ້ອມທີ່ຈະປ່ຽນ ຫລືຕ້ອງການໃຊ້ windoz ຄູ່ກັບ linux ຄືຫລາຍໆຄົນເຮັດແລ້ວເຊື່ອເຖາະວ່າ ພວກທ່ານຈະອອກຈາກ windoz ໄດ້ຊ້າຫລາຍໆ ຫລືບາງຄົນກໍ່ເກືອບວ່າກັບໄປໃຊ້ windoz ຄືນ ການປ່ຽນຫລືໃຊ້ດັ່ງກ່າວ ກໍ່ບໍ່ຕ່າງຫຍັງກັບການຄົບແຟນ ເມື່ອຄົນທີ່ເຮົາຄົບຢູ່ ເຮົາພໍໃຈ ຢູ່ນຳແລ້ວມີຄວາມສຸກ ເຮົາກໍ່ບໍ່ມີເຫດຜົນຫຍັງທີ່ຕ້ອງປ່ຽນ ແຕ່ຫາກຄົນທີ່ເຮົາຢູ່ນຳ ສ້າງແຕ່ບັນຫາ ແລະຄວາມວຸ້ນວາຍ ມາໃຫ້ເຮົາ ກໍ່ປ່ຽນໆ ໄປດີກ່ວາ ທ້າຍສຸດແລ້ວຄົນທີ່ຄິດຍາກປ່ຽນ ແນ່ນອນກໍ່ຕ້ອງໄດ້ຮຽນຮູ້ກັບສິ່ງໃຫມ່ໆ ຂອງຄົນໃຫມ່ທີ່ເຮົາຢັງບໍ່ເຂົ້າໃຈ ເພື່ອໃຫ້ຮູ້ ເຊິ່ງກັນແລະກັນ ແລະຖ້າຫາກຄົບໄປແລ້ວມີຄວາມສຸກ ຮອດຕອນນັ້ນທ່ານ ກໍ່ຕ້ອງເປັນຝ່າຍເລືອກເອງວ່າຈະຄົບກັນຕໍ່ຫລືເລີກກັນ.

ສຸດທ້າຍແຕ່ບໍ່ທ້າຍສຸດຂ້າພະເຈົ້າກໍ່ນຳແກ້ f ຈົນຫມົດທຸກໂຕແລະໄດ້ຂຽນບົດ ສ່ວນບົດນັ້ນວາງໂຄງໄວ້ວ່າ
ແມ່ນຈະເຮັດລະບົບ e-learning ອາຈານກຳນົດວ່າໃຫ້ມີ 9-12 ຄົນເນົ່າບໍ່ ຄົນຫລາຍປານນີ້ມັນຊິເປັນບົດຈົບໄດ້ແນວໃດ
(ເຮັດບໍລິສັດກໍ່ໄດ້)

ບ້າເອີ້ຍ ຢັງບໍ່ພໍທໍ່ນັ້ນມີເລື່ອງບ້າໆອີກ ມື້ວານໄປລົງທະບຽນຮຽນ ມີຂ່າວວ່າຄ່າບົດຈົບຊັ້ນຕ້ອງໄດ້ຈ່າຍ 350 000 ກີບ
ອ້າວແລ້ວໃບລົງທະບຽນກໍ່ມີຂຽນຢູ່ຫັ້ນວ່າ ໂຄງການຈົບຊັ້ນ 4 ຫນ່ວຍກິດ ຫມາຍຄວາມວ່າແນວໃດ ງົງ

ຄິດວ່າຊິຈົບພຽງເທົ່ານັ້ນ ມີເອົາໃບສະຫມັກຮັບໃບປະກາດມາໃຫ້ຂຽນງົງຄືກັນ “ໃບສະຫມັກຮັບໃບປະກາດ”
ໃນຫມາຍເຫດຂອງເຈ້ຍດັ່ງກ່າວມີບອກວ່າ
ເຫນືອກ່ວາປະລິນຍາຕີ(ສະແດງວ່າ ໂທ ເອກ…) 35.000 ກີບ
ປະລິນຍາຕີ 30.000
ຊັ້ນສູງ 25.000

ເງິນຄ່າເຮັດໃບຂະແນນ 5000 k

ລວມແລ້ວປະລິນຍາຕີຕ້ອງຈ່າຍ ສາມສິບຫ້າພັນແຕ່ວ່າ ອາຈານບອກວ່າຂຽນແລ້ວເອົາຮູບສາມໃບກັບເງິນສີ່ສິບພັນມາສົ່ງພ້ອມ
ຫຶ
ຫຶ
ຫຶ
ແລ້ວຫ້າພັນກີບແດະ ຄ່າຫຍັງ 5000×200ຄົນ ອືມໆ ຫລາຍເຕີບ

ສະຫລຸບແລ້ວປີສຸດທ້າຍຂອງຂ້າພະເຈົ້າຊ່າງຫນ້າເວດທະນາ ພ້ອມກັບຕະຫລົກໄປອີກແບບຫນື່ງ ມີເລື່ອງບ້າໆເກີດຂື້ນຫລາກຫລາຍ
ລວມສອງເທີມປະມານສອງລ້ານ ອືມເຫີ່ເຫີ່ ສະເພາະປີສຸດທ້າຍນິກໍ່ປະມານ ລ້ານໄດ້ແລ້ວ ງົງກັບຄວາມຄິດຂອງເພິ່ນພາກັນຄິດຫຍັງຢູ່
ເອົາແບບ ຫນ້າ ,,,,, ແບບນັ້ນແຫລະ ໂຕເຮົາເອງກໍ່ພໍມີເງິນບໍ່ເດືອດຮ້ອນພໍປານໃດດອກ ແຕ່ຫາກວ່າຫມູ່ຂ້າພະເຈົ້າຜູ້ມາແຕ່ແດນໄກທັງຫລາຍ
ດ້ວຍເຫດຜົນຕ່າງໆ ທີ່ບໍ່ສາມາດຂຽນອອກມາຫມົດໄດ້ ມັນຊ່າງຫນ້າເຫລືອໃຈແທນຂະເຈົ້າ ເປັນຫຍັງບໍ່ເຂົ້າໃຈສະພາບຂອງນັກຮຽນແນ່
ເຂົ້າໃຈແຕ່ສະພາບລວມຂອງຄະນະ ແລ້ວກໍ່ປະຊຸມກັນ ຕົກລົງກັນເອງ ສະພາບລວມຂອງນັກຮຽນບໍ່ສົນໃຈ ອືມເນາະ ດີ

ປລ. ສະຫລຸບຂະແນນຜູ້ທີ່ໄດ້ຂຽນບົດຫາກໍ່ອອກອາທິດແລ້ວນີ້ ບົດຈົບບໍ່ມີໃຜໄດ້ເຮັດເພາະຖ້າແຕ່ສະຫລຸບຂະແນນ
ມີເວລາສາມເດືອນໃນການຂຽນບົດຈົບດັ່ງກ່າວ ຕະຫລົກດີ ພາກວິຊາ ຄອມພິວເຕີ້

ໃນຊີວິດຄົນເຮົາມີຫລາຍສິ່ງຫລາຍຢ່າງທີ່ມັນບໍ່ເປັນໄປຕາມທີ່ເຮົາໄດ້ຄິດໄວ້ ແລະມັນກໍ່ມີຫລາຍໆຢ່າງທີ່ດີເກີນກ່ວາເຮົາຄິດໄວ້
ມີຫລາຍຄົນເວົ້າວ່າສິ່ງທີ່ເຮົາເຮັດເຮົາເຮັດໄປເຮັດຫຍັງ

ກະເພາະມັກນີ້ແຫລະ ມັກອີ່ຫລີ
ຖ້າໄດ້ເຮັດໃນສິ່ງທີ່ມັກ ເຮົາກໍ່ມີຄວາມສຸກ

ມີຫລາຍເທື່ອຢາກຖາມເຂົາເຈົ້າຄືນວ່າ

ແລ້ວທ່ານ ກຳລັງເຮັດຫຍັງຢູ່ແລ້ວເຮັດໄປເພື່ອຫຍັງ

ຫລາຍຄົນຕອບໄດ້ຫລາຍຄົນບໍ່……
ມີຄຳຕອບຫນື່ງທີ່ໄດ້ຮັບກັບມາເຮັດໃຫ້ເຮົາເຂົ້າໃຈວ່າ…….

ຢ່າພະຍາຍາມຫາເຫດຜົນໃຫ້ກັບສິ່ງທີ່ເຮົາເຮັດຢູ່
ພຽງແຕ່ເຮົາເຂົ້າໃຈວ່າໂຕເຮົາກຳລັງເຮັດຫຍັງຢູ່ກໍ່ພໍ

ຫລາຍໆເວລາເມື່ອຍກັບສິ່ງອ້ອມຂ້າງແຕ່ພະຍາຍາມອົດທົນ
ແລະມີຫລາຍໆເທື່ອອົດບໍ່ໄດ້ມັນທໍ້ກໍ່ເວົ້າອອກໄປ

ແຕ່ມີຫລາຍສຽງຕອບກັບມາແບບ ບໍ່ຄ່ອຍຢາກຟັງປານໃດ໋
ກໍ່ບໍ່ຮູ້ເຫດຜົນຄືກັນ ພະຍາຍາມເວົ້າໃສ່ແຫລະຈັບຜິດ

OK ກູບໍ່ເທບຄືມຶງ ກູເຮັດກູເວົ້າຫຍັງກະຜິດ
OK ກູເຂົ້າໃຈມຶງຄື ເທບ

ທ້າຍທີ່ສຸດແລ້ວຄົນທີ່ເຂົ້າໃຈເຮົາທີ່ສຸດກໍ່ຄືໂຕເຮົາເອງ
ທັ້ງທີ່ເຄີຍຄິດວ່າຫມູ່ແລະຄົນທີ່ເຮົາຮັກຈະເຂົ້າໃຈເຮົາເພາະວ່າເຮົາກໍ່ຄິດວ່າ

ເຮົາເຂົ້າໃຈເຂົາ

ສຸດທ້າຍສິ່ງທີ່ເຮົາຄິດມັນກໍ່ບໍ່ຄືທີ່ເຮົາຄິດ

ເອົານ່າເສັ້ນທາງນີ້ຍັງອີກໄກ ບໍ່ຕ້ອງຄິດວ່າໃຜຊິຫ້າມ
ເມື່ອເຮົາເຮັດສິ່ງໃດ໋ເພື່ອໃຜ ເກັບຄຳຖາມນັ້ນໄວ້ໃນໃຈບໍ່ຕ້ອງໄປສົນໃຈເຮົາຊິເຮັດຕໍ່ໄປ
ແລ້ວມື້ຫນື່ງໂຕເຮົາຊິໄດ້ພົບວ່າເຮົາໄດ້ຫຍັງ ແລ້ວມື້ນັ້ນເຮົາຈະເຂົ້າໃຈມັນເອງ

ພຽງແຕ່ມື້ນີ້ ເຮົາຮູ້ດີທີ່ໂຕເຮົາວ່າເຮົາເຮັດຫຍັງ ແລະສິ່ງນັ້ນບໍ່ໄປເຮັດໃຫ້ໃຜຕ້ອງລຳບາກໃຈ
ຈາກນີ້ໄປບໍ່ຕ້ອງຢ້ານ ບໍ່ຕ້ອງຄິດຫລາຍ ຂໍພຽງເຮົາຫມັ້ນໃຈແລະລົງມືເຮັດມັນຕໍ່ໄປ
ແລ້ວມື້ຫນື່ງເຮົາເອງຈະຮູ້ວ່າເຮົາຕ້ອງການຫຍັງ ແລ້ວມື້ນັ້ນເຮົາຈະເຂົ້າໃຈໄດ້ເອງ
ຫາວ່າມີຄຳຖາມທີ່ເຮັດໃຫ້ຕ້ອງຫວັ່ນໄຫວ ຄິດສະວ່າບໍ່ມີໃຜຮູ້ດີໄປກ່ອນເຮົາດອກນ່າ
ບໍ່ວ່າເປັນຫຍັງກໍ່ຢ່າ ຈົ່ງມີຄວາມເຊື່ອແລະເຮັດຕໍ່ໄປບໍ່ຕ້ອງຢ້ານ ເຮັດໄປດັ່ງທີ່ໃຈເຮົາປາດຖະຫນາ
OS555 ເຄີຍບອກວ່າສິ່ງໃດ໋ທີ່ເຮົາເຮັດແລ້ວມີຄວາມສຸກກໍ່ໃຫ້ລົງມືເຮັດດຽວຊິບໍ່ມີໂອກາດໄດ້ເຮັດ
ບໍ່ຕ້ອງຢ້ານ
ເຖິງວ່າມັນຈະດົນ ຍາກ ຫລືບໍ່ສຳເລັດ ສຸດທ້າຍບໍ່ໄດ້ຫຍັງຢ່າງນ້ອຍໆກໍ່ໄດ້ເຮັດທຸກຢ່າງທີ່ໃຈຕ້ອງການ

ພໍລະເຮົາຢຸດສົງໃສໃນໂຕເອງແລະເຮັດຕໍ່ໄປ ບໍ່ວ່າເປັນແນວໃດ໋ເຮົາກໍ່ຈະເຊື່ອໃຈໂຕເອງ

ຂຽນໄປມາສັບສົນຫລາຍ
ເມົາໂຕເອງ

ໄປກ່ອນດອກ

iosn training in lao

| September 10th, 2008

ສອງສາມມື້ມານີ້ບໍຄ່ອຍມີເວລາເຮັດຫຍັງ ແຖມlaozaaກໍເຂົ້າບໍໄດ້ເພາະມີບັນຫາກັບດາຕ້າເບສ ຫນ້ອຍຫນື່ງ
ເອົາລະມາເຂົ້າເລື່ອງເລີຍ ຕອນນີ້ກໍກຳລັງ ເທນນີ້ງຢູ່ດົງໂດກ ກ່ຽວກັບ LINUX ໃນຫົວຂໍ້ linux training of trainer(LToT)
ເພື່ອຊິເສັງເອົາ certification LPI LEVEL 1 ວ່າຊັ້ນ ແຕ່ງົງຊິບເພາະເປັນພາສາອັງກິດຫມົດ ສ່ວນເລື່ອງລາວທີ່ມາທີ່ໄປເປັນແນວໃດ໋ເອົາ
ໄວ້ເວົ້າໃນພາຍຫນ້າ ຫຶຫຶ

ຮູບລວມ

ສອງມື້ມານີ້ ກໍໄດ້ຮຽນກ່ຽວກັບ basic linux ນັ້ນແຫລະຕັ້ງແຕ່ເລີ່ມຈົນ ງົງ
ມີຄົນລາວນຳກັນສີ່ຄົນ ຫ້າລາວທັງ ອ້າຍອະນຸສັກ
ສ່ວນເຮົາເອງກໍເພີ່ງພາໃບບຸນຂອງos555 ເກາະຕິດສະຖານະະການ ວະຮະຮາ

ຫມົດແຫລະມາບອກແລ້ວກໍໄປ

ປລ% ບໍໄດ້ຖ່າຍຮູບຫມຼ່ເພາະເມົາມົວນຳນາລີ

Dr Francis Os and me
Dr os and me

ຈາກ​ການ​ທີ່​ຕົວ​ເອງ​ຮຽນ​ຟິ​ສິກມາ​ກໍ​ຫລາຍປີ

ມີ​ທິດສະດີ​ໜຶ່ງ​ທີ່​ເຊື່ອ​ໝົດ​ໃຈ​ວ່າ ມັນ​ແທ້ມີ​ແທ້ ແລະ​​ແນ່ນອນ​ທີ່ສຸດ!

ນັ້ນ​ກໍ​ຄື ທິດສະດີ​ສຳ​ພັດ​ທະ​ພາ

ຊຶ່ງ​ມີ​ແນວ​ຄິດ​ປະ​ມານ​ວ່າ ປະລິມານ​ທຸກ​ຢ່າງ​ຈະ​ມີ​ຄ່າ​ຫລື​ບໍ່​ມີ​ຄ່າ​ຂຶ້ນ​ຢູ່​ກັບ​ກອບ​ອ້າງ​ອິງ​ສຳ​ພັທີ່​ໃຊ້ ຢູ່

ຊັ່ນ

ຄົນ​ນັ່ງ​ເທິງ​ລົດ​ເມ ຖ້າ​ທຽບ​ກັບ​ພື້ນ​ລົດ​ເມຄົນ​ກໍ​ມີ​ຄວາມ​ໄວ​ເປັນ 0

ແຕ່​ຖ້າ​ທຽບ​ກັບ ຫົນທາງ ຄົນ​ຈະ​ມີ​ຄວາມ​ໄວ​ເທົ່າ​ກັບ​ຄວາມ​ໄວ​ທີ່​ລົດ​ເມກຳ​ລັງ​ເຄື່ອນທີ່

ອີ່​ຫຍັງ​ແບບ​ນີ້​ແຫລະ

(ອະທິບາຍ​ຖືກ​ຢູ່​ຫວາ​ເອົາ​ເປັນ​ວ່າ​ຕາມ​ນັ້ນ​ແຫລະ)

ຂຽນ​ແບບ​ນີ້​ອາດຈະ​ງົງ ກັນ

ແຕ່​ມັນ​ສາມາດ​ນຳ​ມາ​ອ້າງ​ອິງ​ກັບ​ຄວາມ​ເປັນ​ຈິງ​ໃນ​ທຸກ​ສັບພະສິງ (ເຫັນ ບໍ່ ອ້າງ​ອີກ​ລະ) ໄດ້ ເລີຍ​ແຫລະ

ຄົນທີ່​ໄດ້​ດີ​ກີ​ຄວາມ​ງາມ​ຈາກ​ຫລາຍ​ແຫ່ງ ເປັນ​ນາງ​ແບບ ດາ​ລາ ນາງ​ງາມ​ຈັະວອກກະວາ

ລາວອາດຈະ​ມີ​ຄົນ​ຫລາຍ​ຄົນ​ຫລົງ ໄຫລ

ແຕ່​ຄົນ ໆ ນັ້ນ ອາດຈະ​ບໍ່​ງາມ​ເລີຍ​ສຳລັບ​ໃນ​ສາຍ​ຕາ​ຜູ້​ຊາຍ​ບາງ ຄົນ

ຜູ້​ຊາຍ​ບາງ​ຄົນ​ອາດຈະ​ເຫັນ​ຜູ້ຍິງ ຕຸ້ຍໆດຳ ງາມ​ທີ່ສຸດ​ໃນ​ສາຍ​ຕາ(ສຳລັບເຮົາ ຂາວນ້ອຍ ຫນ້າຮັກ ແບບ ສາຍປ່ານ)

ມັນ​ຂຶ້ນ​ຢູ່​ກັບ​ວ່າ​ຈະ​ໃຊ້​ຫຍັງ ເບີ່​ງ

ເຮົາ​ຈະ​ບໍ່​ມີ​ຄວາມ​ສຸ

ບໍ່​ມີ​ຄວາມ​ພໍ​ໃຈ​ໃນ​ຊີ​ວິ

ຖ້າ​ເຮົາ​ເອົາ​ຊີວິດ​ໄປ​ທຽບ​ກັບ​ຄົນ​ໂຄດລວຍ

ເຮົາ​ຈະ​ຄິດວ່າ​ເຮົາ ທຸກ

ແຕ່​ຖ້າ​ເຮົາ​ເອົາ​ຊີວິດ​ໄປ​ທຽບ​ກັບ ຄົນ​ທຸກ

ເຮົາ​ກໍ​ຈະ​ຄິດວ່າ ເຮົາ​ກໍ​ຍັງ​ດີກວ່າ ເຂົາ​ເຈົ້າ

ມັນ​ໜ້າ​ຈະ​ກ່ຽວກັບ​ທີ່​ມາ​ຂອງ​ຄຳ​ວ່າ Double Standard

ຊຶ່ງ​ກໍ​ບໍ່​ຮູ້​ຄືກັນ​ວ່າ​ມັນ​ມາ​ຈາກ ໃຜ ๕๕๕๕๕

ແຕ່ ເດົາວ່າ​ເອົາ​ເປັນ Multiple Standard ໄປ​ເລີຍ​ດີກວ່າ ສະ​ໃຈດີ

ທີ່​ເລີ່ມ​ມາ ຄິດ ໆ ເຖິງ​ເລື່ອງ​ນີ້ (ແທ້ ໆ ກໍ ຄິດ ໄວ້​ດົນ​ລະ)

ຄື​ຄິດວ່າ​ຄົນ​ເຮົາ​ທຸກ​ຄົນ​ມັນ​ກໍ​ຕ້ອງ​ມີ​ມາດຕະຖານ​ທີ່​ຕັດ​ສິນ​ສິ່ງ​ດຽວ​ກັນ​ຄົນ​ລະ​ແບບ ກັນ

ເຮົາ​ຍອມ​ໃຫ້ ຫມູ່​ເຮົາ​ຍອກ​ເຮົາຫລິ້ນ​ແຮງ ໆ ເຖິງ​ຂະໜາດ​ດ່າ ແມ່ ເຮົາ​ກະ​ໄດ້

ແຕ່​ຖ້າ​ເປັນ​ຄົນ​ອື່ນ ເຮົາ​ພ້ອມ ທີ່ຈະໂດດເຂະປາກ ມັນ​ໄດ້​ທຸກ​ນາ​ທີ​ຖ້າ​ມັນ​ເຮັດ​ແບບ​ນີ້ ກັບເຮົາ

ເຫດຜົນ​ຂອງ​ເຮົາ​ມັນ​ອາດ​ກາຍ​ເປັນ​ຂໍ້​ອ້າງ​ຂອງ​ຄົນ​ອື່ນ​ໄດ້ ຖ້າ​ມັນ​ຟັງ​ບໍ່​ຂຶ້ນ​ສຳລັບ ເຂົາ

ການ​ກະທຳ​ທີ່​ເຂົາເຈົ້າເບີ່ງ ວ່າ​ຂາດ​ສາ​ລະ​ມັນ​ອາດ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ສຳລັບ ເຮົາ

ແມ່ກະ​ທັ່ງ​ຄວາມ​ຮັກ​ຂອງ​ຄົນ ໆ ໜຶ່ງ ມັນ​ຈະ​ເຮັດໃຫ້ ຮູ້ສືກກໍ​ຕໍ່​ເມື່ອ​ມັນ​ສຳ​ພັດກັບ​ໃຈ​ຂອງ​ຄົນ​ອີກ ຄົນຫນື່ງ

ຂຽນ​ມາ​ທັງ​ໝົດ​ນີ້​ກໍ​ເພື່ອຈະ​ບອກວ່າ ໃຈ​ຄົນ​ເຮົາ​ມັນ​ຊັບ​ຊ້ອນ​ເກີນ​ກວ່າ​ທີ່​ເຮົາ​ຈະ​ເອົາ​ໃຈ​ຂອງ​ເຮົາ​ໄປ​ຕັດ​ສິນ ໄດ້

ແລະ​ເມື່ອ​ມີ​ຄວາມ​ຈຳ​ເປັນ​ທີ່​ເຮົາ​ຈະ​ຕ້ອງ​ຕັດ​ສິນ​ຫຍັງ ເຮົາ​ຄວນ​ຈະ​ໃຊ້ “ ໃຈ” ຕັດ​ສິນ “ ໃຈ”

ເພື່ອ​ໃຫ້​ເກີດ​ຜົນ​ລັບ​ທີ່​ດີ​ທີ່ສຸດ ທີ່​ອ້າງ​ອິງ​ກັບ​ຕົວ ເຮົາ

ກໍ ທໍ່ນັ້ນ​ເອງ

ເວົ້າ​ງ່າຍ.. ແຕ່​ເຮັດ ຍາກເນາະ

. . ຮ້ອນໆໆໆ ເບື່ອໆໆໆ ເຊັງໆໆໆ ໄດ້F

ຫລິ້ນ​ຈົນ​ໃກ້ ຊິຮຽນຈົບ​ແລ້ວ….. ປັບ​ໃຈ​ບໍ່​ໄດ້​ເລີຍ