Archive for the ຊີວິດແລະມິດຕະພາບ Category

ອັງກິດຕົກຮອບຍູໂຮແລ້ວ……ດ້ວຍການມາພາດເສີຍໂຄເອເຊີຍ 3-2 ຄາບ້ານ
ຄົງຈະບໍ່ມີຫຍັງມາບັນຍາຍຄວາມຮູ້ສືກຂອງແຟນບານອັງກິດ…ໂດຍສະເພາະຂ້າພະເຈົ້າມັນເຈັບປວດສຸດໆ
ເມື່ອຮູ້ວ່າທີມທີ່ໂຕເອງມັກ ຕົກຮອບ……….ທຸກຢ່າງມັນເປັນໃຈໃຫ້ຫມົດແລ້ວແຕ່ເຮົາສຳພັດເຮັດບໍ່ໄດ້……..
ພຽງແຄ່ສະເຫມີ….ກໍ່ເຂົ້າຮອບແລ້ວ ຈົບ ທຸກຢ່າງມັນຈົບ……..

ສະຕຮີບແມ໊ກຄາເລັນ ຊື່ບັກນີ້ຂ້ອຍຊິຈື່ໄປຈົນຕາຍ ເພາະມັນຄົນດຽວ…….ຄືຊິຖືກແຟນບ້ານອັງກິດລັດຕີແດ່ແມ້ເນາະ ຊິ ສົມໆໆໆໆ ນ້ຳຫນ້າມັນ
ສຸດທ້າຍແລ້ວເຮົາກະບໍ່ເຫັນອ້າຍເຮົາໂລດແລ່ນຢູ່ເທີງໃບຫຍ້າສີຂຽວ ໃນຊຸດທີມຊາດອີກແລ້ວ ຕຳນານເບີ 7 ທີມຊາດອັງກິດຈະເປັນຫນື່ງດຽວໃນໃຈຂອງຂ້ອຍ

ຄົນທີ່ເຮັດໃຫ້ຂ້ອຍມັກເຕະບານ

ຄົນທີ່ເຮັດໃຫ້ຂ້ອຍມັກແມນຍູ

ຄົນທີ່ເຮັດໃຫ້ຂ້ອຍມັກເລກ 7

ຄົນທີ່ສອນໃຫ້ຂ້ອຍທຸ້ມເທໃຫ້ກັບທຸກສີ່ງທີ່ກະທຳ

ຄົນທີ່ແລ່ນບໍ່ຢຸດເມື່ອຕອນທີ່ທີມນຳ10-0

ເດວິດ ໂຮເບຮີດ ໂຈເຊຟ ແບ໊ກແຮ໊ມ

ດ້ວຍຮັກແລະຝັກໃຝ່ໃນກາມ……….devsmudger

ແມນຢູ ຊະນະແອດຕັ໋ນວິນລ່າໄປ4-1 ໄດ້ປະຕູຈາກຮູນນີ້ສອງລູກແລະ ລິໂອກັບກິກ ຄົນລະລູກ

ກິກຢັງອີກລູກດຽວກໍ່ຄົບ100 ລູກແລ້ວ ເຍ້………

ຈັກແມ່ນກຳແຕ່ຊາດໃດ໋ບຸນິ….ເຊ໊ງເວີ້ຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ

ໂຮງຮຽນບ້າ ເສົາຮຽນເຄີ່ງມື້ ທິດຮຽນຫມົດມື້……

ຂ້ອຍບ້າຂ້ອຍມັກແມນຢູມາແຕ່ອາຍຸ6ປີ ມາຮອດດຽວນີ້ກະໄດ້ສີ່ສິບກ່ວາປີແລ້ວ

ອ້າວບໍ່ແມ່ນມາໄດ້ສິບສີ່ປີແລ້ວຂ້ອຍມັກແຕ່ຈື່ຄວາມໄດ້ມືນຕາມາເຫັນຈອດ໌ເບສ ໂອ້ວລາວສຸດຍອດຫລາຍ

ແລ້ວທີ່ເຮັດໃຫ້ປະທັບໃຈທີ່ສຸດກໍ່ຄືຄົນຄົນນີ້ devid beckham ຄົນໆນີ້ເຮັດໃຫ້ຂ້ອຍບ້າແມນຢູເຂົ້າຂັ້ນ………..

ກໍ່ລູກຍິງມື້ລາວລົງນັດທຳອິດໃນທີມຊຸດໃຫຍ່ມັນສຸດຍອດອີ່ຫລີ….ຈົນຮອດມື້ນີ້ແບັກແຮ໊ມ ລາວກໍ່ຢັງເປັນອ້າຍອັນທີ່ຮັກຂອງຂ້ອຍຢູ່……….

ຂ້ອຍບ້າຈົນແຟນຂ້ອຍລາວວ່າ……ມື້ໃດ໋ເຈົ້າຊິເຊົາບ້າ…..-*-

beckham