Archive for the ໄປເຫັນມາ Category

ຊຽງຂວາງ “ດິນແດນລະເບີດ” ເມື່ອກ່ອນເຄີຍເປັນແບບນັ້ນແຕ່ດຽງນີ້ທຸກຢ່າງປ່ຽນໄປ ຄວາມຈະເລີນຕ່າງໆເຂົ້າເຖິງ ການຄົມມະນາຄົມເດີນທາງໄປມາກໍ່ສະດວກກ່ອນເກົ່າຫລາຍເມື່ອເຊົ້າວັນທີ່ ໙ ເດືອນ ໑໒ ຂ້າພະເຈົ້າໄດ້ອອກເດີນທາງຈາກ
ກຳແພງນະຄອນ ອອກທາງເລກ ໑໓ ເຫນືອເຂົ້າສູ່ດິນແດນແຫ່ງການຕໍ່ສູ້ກູ້ຊາດ “ຊຽງຂວາງ” .
ມື້ທີ່ຫນື່ງ
ຫລັງຈາກອອກມາໄດ້ໃກ້ຈະຮອດວັງວຽງທາງກໍ່ມີການແປງເປັນບາງຊ່ວງໆເຮັດໃຫ້ການເດີນທາງກິນເວລາ
ໄປຫລາຍສົມຄວນຮອດກາສີກໍ່ໄດ້ແວ່ກິນເຂົ້າ. ຫລັງຈາກອອກຈາກຫັ້ນກໍ່ຫລັບສະຫນິດຮູ້ໂຕອີກເທື່ອກໍ່ວິນຫົວເອົາແທ້ເອົາວ່າຖາມຂະເຈົ້າໃນລົດກໍ່ ບອກວ່າກາຍສາລາພູຄູນມາແລ້ວ ອ້າວເວງລືມຖ່າຍຮູບມາເລີຍບໍ່ເປັນຫຍັງເອົາແຖວໆນີກໍ່ໄດ້ ອາກາດກໍ່ເລີ່ມຫນາວໆຂື້ນຕ້ອງໄດ້ ຄົ້ນເສື້ອຢູ່ໃນຖົງອອກມາໃສ່ ເບີ່ງຕາມສອງຂ້າງທາງເຫັນຊາວບ້ານທີ່ຢູ່ຕາມແຄມທາງກໍ່ດີໃຈແທນທີ່ເຂົາເຈົ້າມີໄຟຟ້າໃຊ້ກັນຫມົດ ແລ້ວ. ກໍ່ນັ່ງລົດເບີ່ງມາຕາມທາງເຫັນປ່າໄມ້ອຸດົມສົມບູນກໍ່ຮູ້ສຶກພູມໃຈໃນໃຈເລິກໆ ວ່າບ້ານເຮົາປະເທດເຮົາກໍ່ມີປ່າໄມ້ອຸດົມສົມບູນ ຫລາຍກ່ອນບ້ານເພີ່ນເມືອງເພີ່ນ ທຸກມື້ນີ້ກໍ່ມີນັກທ່ອງທ່ຽວເຂົ້າມາຫລີ້ນໃນປະເທດເຮົາຫລາຍກໍ່ເພາະ ການທີ່ເຮົາມີ ອາກາດ ແມ່ນ້ຳ ພູຜາ ປ່າໄມ້ ທີ່ຫລາຍກ່ອນປະເທດອື່ນໆ… ເອົາແຫລະນອກເລື່ອງຫລາຍລະ ຕາມສອງຂ້າງທາງລະຫວ່າງທາງມາກໍ່ເຫັນຫຍັງ ຫລາຍໆຢ່າງ ຄືດັກນ້ອຍຕາມຊົນນະບົດຢັງຄົງຂາດໂອກາດທີ່ດີໃນດ້ານຕ່າງໆຫລາຍໆຝ່າຍຄວນເອົາ ໃຈໃສ່ອີກຫນ້ອຍຫນື່ງກໍ່ດີ (ດີກ່ອນເອົາເງິນໄປຊື້ອີ່ຫຍັງແພງໆໄລ້ສາລະຫັ້ນ ຕາອີ່ຕົນຂະເຈົ້າເນາະ….) ມາຮອດເມືອງໂພນສະຫວັນ ກໍ່ປະມານ ໖:໓0 ກໍ່ເຂົ້າ ພັກທີ່ໂຮງແຮມດອກຄູນ ທຳອິດລົງລົດມາກໍ່ເຍັນໆນ້ອຍຫນື່ງແຕ່ເວລາຢ່າງກັບມາເອົາເຄື່ອງໃນລົດໂອ່ ເທວະດາ ມັນຫນາວ ຫລາຍອາກາດກໍ່ຄືຈະປະມານ ໒໒ ຫາ ໒໓ ອົງສາ ໃສ່ເສື້ອເຂົ້າໄປອີກໂຕ ແລ້ວກໍ່ມານັ່ງພັກຫນ້ອຍຫນື່ງຫລັງຈາກນັ້ນກໍ່ ໄປຫາກິນເຂົ້າ ຕົງລົງກັນວ່າຈະໄປກິນຊີ້ນດາດ ຊື່ຮ້ານຈື່ໄວ້ວ່າແມ່ນຮ້ານ ສາວພວນ ຫຍັງຈັກຢ່າງບໍ່ຈື່ ຊີ້ນຕ່ອນບັກໃຫຍ່ ແຈ່ວກໍ່ໄດ້ບັກຫລາຍໆ ຫລັງຈາກກິນກັນສຳລານໃຈແລ້ວ ກໍ່ກັບມາຫ້ອງໂອ່ພໍແຕ່ອາບນ້ຳແລ້ວຫນາວຊິບຫາຍບໍ່ຢາກຄິດເລຍວ່າຢູ່ນອກມັນຊິຫນາວຊ່ຳໃດ໋ …. ແລະກໍ່ຮອດເວລານອນກຽມພ້ອມສຳຫລັບມື້ອື່ນ ຈະໄປບ້ານ ຫນອງແຮດ……
ມື້ທີ່ສອງ
ມື້ນີ້ລຸກປະມານແປດໂມງເຊົ້າໄປຫາກິນເຂົ້າປຽກເຂົ້າຖຽວໆບ່ອນພັກ ກໍ່ໄດ້ພົບກັບອ້າຍ ທີ່ຮູ້ຈັກກັນ ບໍ່ມີຫຍັງຫລາຍຂ້າມໆໄປ ຫລັງຈາກນັ້ນກໍ່ໄດ້ເຂົ້າໄປຍ້ຽມຢາມອ້າຍນ້ອງຫ້ອງການປ່າໄມ້ກະສິກຳປະຈຳແຂວງ ອ້າຍ, ອາວເພິ່ນໃຈດີແທ້ໆ ຕ້ອນຮັບກັນເອງ ຫລາຍໆ ອໍ່ລືມບອກໄປ ອາກາດເຊົ້ານີ້ປະມານ ໑໕ ຫາ ໑໘ ອົງສາ ຫມອກເຕັມເມືອງຂີ່ລົດໄປນຳທາງເກືອບເບີ່ງບໍ່ເຫັນລົດ ເອົາ ລະຫລັງຈາກລົມກັນພໍຫອມປາກຫອມຄໍກໍ່ກັບມາຖ້າຫົວຫນ້າຢູ່ຫ້ອງພັກເພາະວ່າເພີ່ນຈະລົງຍົນມາ ໑ ໂມງ ໓໕ ນາທີຫລັງຈາກ ໃກ້ເວລາກໍ່ໄປຖ້າເພີ່ນຢູ່ເດີ່ນບິນ ຕອນຖ້າກໍ່ໄດ້ໄປຊິມເຝີແຫ້ງ ຕອນທຳອິດກໍ່ຄິດວ່າມັນຈະບໍແຊບແຕ່ພໍກິນແລ້ວອໍ່ມັນຊ່າງແຊບອີ່ ຫລີ ພໍຮັບຫົວຫນ້າແລ້ວໆກໍ່ໄປຮັບອາວທີ່ເພີ່ນຈະພາໄປ ກໍ່ອອກເດີນທາງສູ່ບ້ານຫນອງແຮດ ລະວ່າງທາງກໍ່ໄດ້ແວ່ແປງແກລົດຢູ່ ບ້ານຄຳ ລະວ່າງທາງເຫັນບ້ານແລະການດຳລົງຊີວິດຂອງຊົນເຜົ່າຕ່າງໆ ຕາມສັງເກດເຫັນແລ້ວສ່ວນຫລາຍປະຊາຊົນແຖວນີ້ພາ ກັນປູກສາລີ ເປັນສ່ວນໃຫຍ່ແລ້ວກໍ່ມີພໍ່ຄ້າມາຮັບໄປຂາຍຢູ່ຊາຍແດນຫວຽດນາມ ຫົນທາງລະຫວ່າງການເດີນທາງກໍ່ສະດວກສະ ບາຍດີ ມີບາງຊ່ວງເຊາະເຈື່ອນຈາກການເຊື່ອມໂຊມຂອງການຕັດໄມ້ທຳລາຍປ່າ. ຫລັບໆຕື່ນໆບາດແລ້ວກໍ່ຄ້ອຍແລງເມື່ອຍຮູ້ໂຕ ອີກເທື່ອກໍ່ຮອດບ້ານພັກແລ້ວອາກາດຫນາວສຸດໆຄືຊິປະມານສິບອົງສາໄດ້. ບ້ານພັກດັ່ງກ່າວມີລັກສະນະຄ້າຍໆກັບບ້ານຕ່າງປະເທດມີເຕົາພິງໄຟພ້ອມ ເອ່….ແຕ່ແປກຢ່າງ ດຽວໄຟຟ້າບໍ່ມີແຕ່ມີສັນຍານໂທສັບ ອາດບໍ່ແມ່ນເລື່ອງແປກສຳຫລັບຄົນອື່ນແຕ່ກັບເຮົາມັນແປກອີ່ຫລີເອົາລະແລ້ວກໍ່ຮອດເວລາ ໄປກິນເຂົ້າ ເຫີ່ເຫີ່ ໃຄແຕ່ບ້ານແຖວນີ້ຂະເຈົ້າໃຊ້ຈັກໄຟຟ້າ ພໍງົມໆເຫັນນ້ອຍໆ ພໍດີ ອາວທີ່ມານຳເພີ່ນພາໄປກິນຂອງແຊບວ່າຊັ້ນ ເຮົາກໍ່ຄິດໆຢູ່ວ່າແມ່ນຫຍັງເຄື່ອງປ່າບໍ? ຫລັງຈາກຍໍອາຫານ ເຮົາກໍ່ສັງເກດເຫັນແກງຜັກກາດ ໂອ່ ເທວະດາ ຂ້າພະເຈົ້າຊັງຜັກ ແຕ່ແລ້ວກໍ່ປະຕິເສດບໍ່ໄດ້ຕັກໆດີໆໄປເຈິຕ່ອນຂາວໆ ຫຶມັນແມ່ນຕ່ອນນ້ຳມັນຫມູຕົວະນິ ເຫີ່ເຫີ່ ແກງຜັກກາດໃສ່ນ້ຳມັນຫມູ ເມບຂິງໆ ຫລັງຈາກຖາມອາວເພິ່ນກໍ່ເວົ້າໃຫ້ຟັງວ່າແມ່ນອາຫານຂອງອ້າຍນ້ອງລາວເທິງເພິ່ນ ເຮົາກໍ່ບໍ່ຣູ້ລະອຽດວ່າເປັນແນວໃດ໋ ແຕ່ກໍ່ແຊບດີ ນ້ຳຊຸບເຊບຫວານຜັກກາດດີ ແຕ່ຈັ່ງໃດ໋ເຮົາກະຢັງບໍ່ຍອມກິນຜັກ :P ກິນແລ້ວກໍ່ມານັ່ງຜິງໄຟກັບອ້າຍໆ ທີ່ມານຳກັນ ມ່ວນດີສຳຫລັບມື້ນີ້ ມື້ອື່ນກໍ່ກຽມໂຕໄປຊາຍແດນ ລາວ ຫວຽດ ມີ່ເມືອງນ້ຳກັ່ນ ເປັນແນວໃດ໋ນໍ້…..
ມື້ທີ່ສາມ
ຫົວຫນ້າເພິ່ນມາປຸກແຕ່ຫົກໂມງເຊົ້າອາກາດຕອນເຊົ້າຫນາວຫລາຍເຖິງ ສຸດໆ ກະໄດ້ປະມານ ໕ ຫາ ໗ ອົງສາໃສ່ເສື້ອໄປສີ່ໂຕ ແລ້ວກໍພາກັນອອກເດີນທາງໄປສູ່ບ້ານນ້ຳກັ່ນ ຊາຍແດນ ລາວ ຫວຽດນາມ ເພື່ອໄປຮັບ ສາດສະດາຈານຢີ່ປຸ່ນທີ່ຈະມາແຕ່ ຫວຽດນາມ ຮອດບ້ານນ້ຳກັ່ນກໍ່ປະມານເຈັດໂມງກໍ່ຢ່າງເລາະຊົມວິວຖ້າແຖວໆນັ້ນ ເພາະດ່ານເປີດ ແປດໂມງ ຫລັງຈາກຮັບຂະເຈົ້າມາແລ້ວກໍ່ກັບແລະຕົກລົງກັນວ່າຈະໄປແວ່ອາບນ້ຳຢູ່ບໍ່ນ້ຳຮ້ອນເພາະວານນີ້ພາກັນບໍ່ໄດ້ອາບນ້ຳ ຫຸຫຸ ກະມັນຫນາວນ້ຳອຸ່ນກໍ່ບໍ່ມີ ການເດີນທາງກໍ່ຫລັບໆຕື່ນໆຄືເກົ່າຫມອກກໍ່ຈາງໄປແລ້ວ ສັງເກດຕາມທາງມີຊາວບ້ານຕາມທາງບໍ່ຮູ້ຄື ກັນວ່າເຜົ່າໃດ໋ມີການຫລີ້ນທີ່ຫນ້າສົນໃຈຄືຜູ້ສາວຜູ້ບ່າວໃນຫມູ່ບ້ານນັ້ນຈະມີການຫລີ້ນໂຍນບານກັນຄືຈະໂຍນໄປມາຫາກັນບໍ່ຮູ້ ວ່າໂຍນໄປເພື່ອຫຍັງກໍ່ບໍ່ໄດ້ຖາມຄືກັນແຕ່ກໍ່ຫນ້າສົນດີ ພໍຮອດບ້ານນ້ຳຮ້ອນ ກໍ່ໄດ້ເຂົ້າໄປເບີ່ງບໍ່ນ້ຳຮ້ອນແລະໄປນອນອາບນ້ຳແຮ່ ອຸ່ນສະບາຍແລ້ວກໍ່ພາກັນໄປຕໍ່ທີ່ຖ້ຳປິວ ເປັນຖ້ຳທີ່ຫນ້າສົນໃຈຫລາຍເພາະແຕ່ຄັ້ງອະດີດຕອນສະໄຫມປົດປ່ອຍຊາດມີຊາວບ້ານ ແຖວນີ້ໄດ້ໃຊ້ເປັນບ່ອນລົບໄພແຕ່ກໍ່ບໍ່ວາຍພວກຈັກກະພັດອາເມກາສຶບຮູ້ແລະໄດ້ເອົາລະເບີດມາຖີ້ມໃສ່ຈົນເຮັດໃຫ້ຕາຍກັນໄປ ສາມຮ້ອຍກ່ວາຄົນເປັນທີ່ຫນ້າສະຫລົດໃຈຫລາຍເພາະຢ່າງເຂົ້າໄປເບີ່ງໃນຖ້ຳຢັງມີເສດສ່ວນຂອງຊາກຫັກພັງຂອງການຖືກທຳລາຍຢູ່ . ຫລັງຈາກອອກຈາກຫັ້ນຫໍ່ມຸ່ງຫນ້າກັບເມືອງໂພນສະຫວັນເຂົ້າຫ້ອງພັກ ຫາເລາະຕະຫລາດຍາມແລງກິນເຂົ້າແລ້ວກໍ່ເຂົ້າ ນອນມື້ອື່ນຕຽມໂຕຂື້ນໄປຍອດນ້ຳງື່ມ.
ມື້ທີ່ສີ່
ຫລັງຈາກລຸກແຕ່ເຊົ້າກໍ່ຫາກິນເຂົ້າແລະກຽມໂຕອອກເດີນທາງໄປຍອດນ້ຳງື່ມ ລະຫວ່າງທາງທີ່ໄປຖືວ່າໃກ້ແລະຫົນທາງກໍ່ບໍ່ຫນັກ ຫນາສາຫັດປານໃດ, ແລະແລ້ວກໍ່ໄປຮອດຍອດນ້ຳງື່ມໃຊ້ເວລາປະມານ ໕ ນາທີໃນການຍ່າງລົງໄປຮອດ. ແລະຫລັງຈາກນັ້ນກໍ່ ຢ່າງເບີ່ງພູຜາປ່າໄມ້ແຖວນັ້ນ ກໍ່ເລີ່ມອອກເດີນທາງຕໍ່ໄປເບີ່ງ ການພັດທະນາຂອງຊາວບ້ານແຖວໆນັ້ນວ່າເຮັດຫຍັງ. ປັດຈຸບັນຖື ວ່າທາງພາກລັດເພີ່ນໄດ້ເອົາໃຈໃສ່ກັບການໃຫ້ປະຊາຊົນມີອາຊີບທີ່ແນ່ນອນ(ດີໃຈນຳ) ກໍ່ມີຫລາຍໆບ້ານຫລາຍໆຄອບຄົວຖືວ່າ ເຮັດໄດ້ດີ. ຫລັງຈາກເລາະເບີ່ງແຖວນັ້ນແລ້ວກໍ່ກັບມາບ້ານໂພນສະຫວັນເພື່ອມາກິນເຂົ້າທ່ຽງແລະກໍ່ອອກເດີນທາງກັບສູ່ວັງວຽງ ເພາະມື້ອື່ນຕ້ອງໄດ້ໄປເຂື່ອນນ້ຳງື່ມສອງ ທີ່ກຳລັງສ້າງຢູ່.
ມື້ທີ່ຫ້າ
ຕື່ນຂຶ້ນມາກັບຕອນເຊົ້າຂອງເມືອງວັງວຽງເຈັບຫົວຫນ້ອຍຫນື່ງເພາະວານນີ້ເມົາກັນຫມົດຄືນມີແຕ່ os555 ທີ່ລັກໄປນອນຄົນ ດຽວ(ແຖມຕອນເຊົ້າຢັງລັກຕົດໃຫ້ຫມູ່ດົມ) ກໍ່ເລາະຫລີ້ນແຖວໆນັ້ນຫລັງຈາກນັ້ນສວຍໆກໍ່ເລີ່ມອອກເດີນທາງໄປສູ່ ເຂື່ອນນ້ຳ ງື່ມ໒ ລະຫວ່າງທາງໄປກໍ່ປະມານ 45KM ຈາກບ້ານທ່າຫີນ ພໍໄປຮອດກໍ່ຮູ້ສຶກວ່າຈະເປັນເມືອງນ້ອຍໆເມືອງຫນື່ງໄດ້ເລີຍ ເຂື່ອນນ້ຳງື່ມສອງ ຕັ້ງຢູ່ລະຫວ່າງພູຫວດແລະພູແຊຕັ້ງຢູ່ຫ່າງຈາກນະຄອນຫລວງວຽງຈັນ90 km ເປັນບໍລິສັດຄົນໄທເປັນຄົນ ສ້າງເຄື່ອງປັ່ນໄຟຟ້າແມ່ນໃຊ້ຂອງ tosiba ຄາດວ່າຈະສ້າງສຳເລັດໃນປີ ສອງພັນສິບ ແລະສາມາດນຳໃຊ້ໄດ້ໃນທ້າຍປີດັ່ງກ່າວ ເປັນຫຍັງທີ່ຫນ້າພູມໃຈແລະເສຍດາຍ….ເປັນຫຍັງຄືວ່າເສຍດາຍ ກໍ່ເບີ່ງເວລາມີການພັດທະນາມັນກໍ່ມີການທຳລາຍໄປພ້ອມໆ ກັນໃນຕອນທີ່ຂະເຈົ້າສ້າງເຂື່ອນອ້ອມແອ້ມນີ້ບໍ່ວ່າແຕ່ຄົນຕ້ອງໄດ້ຍ້າຍ ສັດສາວາສິ່ງ ຕັ້ນໄມ້ ຯລຯລະບົບນິເວດຕ່າງໆຍ່ອມມີການ ປ່ຽນແປງ ຂ້າພະເຈົ້າກໍ່ຢັງໄດ້ເອີ່ຍວາຈາກັບ OS555 ວ່າ “ມັນລະເບີດພູບ້ານເຮົາໄປຈັກຫນ່ວຍລະວະ”ນັ້ນແຫລ…….

ຮູບທັງຫມົດຢູ່ນີ້
All of picture http://www.flickr.com/photos/laoubuntu/sets/72157610706284942/

just

| October 7th, 2008

Just – Ze candy

ครั้งหนึ่งในชีวิต

เธอกับเขาพบกันที่เชียงใหม่……………ในโรงพยาบาลแห่งหนึ่ง
……….เขา อายุยี่สิบเจ็ด โตมาในสถานเลี้ยงเด็กกำพร้า
อายุสิบแปด เขาออกมาดิ้นรนต่อสู้ ด้วยตัวเอง ทำงานทุกอย่างเพื่อหาเงินเรียน จนจบมหาวิทยาลัย
หลังเรียนจบ เขาได้งานในหน่วยงานราชการแห่งหนึ่ง
ชีวิตหลังความความยากลำบาก เหมือนจะพบกับแสงสว่างเล็กๆ
ถ้าไม่บังเอิญว่า…..วันนึงเขาตรวจพบเนื้อร้าย หมอวินิจฉัยว่า ถ้าปล่อยทิ้งไว้ เขาจะเหลือเวลาอีกไม่ถึงปี
หากผ่าตัดอาจมีทางช่วยได้ แต่โอกาสที่จะผ่าตัดสำเร็จก็มีอยู่แค่ สามสิบเปอร์เซ็นต์
ชีวิตของเขาเหมือนเหลือเพียงปัจจุบัน ไม่มีอนาคต…………………………………….

……… เธอ อายุยี่สิบกว่าๆ ถูกนำมาที่โรงพยาบาลเพราะถูกรถเฉี่ยว
เธอบาดเจ็บแค่เล็กน้อย แต่……. หลังรู้สึกตัว เธอสูญเสียความทรงจำ
ไม่มีหลักฐานเอกสารใดๆ ที่จะบอกได้ว่า ….. เธอเป็นใคร….. มาจากไหน
ชีวิตเธอจึงเหมือนกับมีแต่อนาคต ไม่มีปัจจุบัน……………………………………….

เธอและเขา พบกันครั้งแรกในตึกกายภาพบำบัด……………..
………………………
หลังจากวันนั้นเขามักไปเยี่ยมเธอที่ตึกผู้ป่วยหญิงบ่อยๆ
เขาซื้อส้มไปใส่ไว้ในตู้เย็นให้เธอเสมอๆ
เขามักชวนเธอไปเดินเล่น ในสวนของโรงพยาบาลในช่วงเย็น
ตอนนั้น เป็นฤดูฝน ……. ฝนตกพรำตลอดวัน
ภาพเขาและเธอเดินด้วยกันใต้ร่มสีเทาเป็นภาพที่ชินตา
“ร่มคันนี้มีประวัตินะ” เขาพูดขึ้นในเย็นวันนึง
“เป็นสมบัติชิ้นเดียวที่ติดตัวผมจากสถานเลี้ยงเด็กกำพร้า……พ่ออุปถัมภ์บอกว่า………
แม่วางไว้บังฝนให้ผม ตอนที่เอาผมมาทิ้งไว้ที่หน้าสถานเลี้ยงเด็ก” เขาพูดและทอดสายตาไปไกล
…..“คงมีความหมายมากกับเธอมากเลยนะ แต่เสียดายนะคะที่มันเล็กไปหน่อย”
เธอพูดเย้าขณะที่เบียดตัวเข้าใกล้เขาเพื่อหลบฝน คำพูดของเธอสร้างรอยยิ้มน้อยๆบนหน้าของเขา
“แม่คงไม่คิดว่า วันนึงผมจะมีคนมาเดินอยู่ข้างๆ มังครับ” เขาเอนร่มไปด้านเธอ พร้อมคำตอบ
.
……….เขา ทำให้เธอลืมความกังวลเรื่องตัวเองเป็นใครมาจากไหน
……….ส่วน เธอ ทำให้เขามีหวังในชีวิต………….เขาตัดสินใจรับการผ่าตัด

“ฝากไว้ก่อนนะ ถ้าการผ่าตัดราบรื่น ผมจะไปรับคืน” ………..
เขายื่นร่มคันนั้นให้เธอ ในช่วงเย็นของคืนที่ต้องผ่าตัด
………“พรุ่งนี้ จะไปเยี่ยมแต่เช้าเลยนะคะ” เธอวางมือบีบมือเขาเบาๆ
“เอ่อ………..” เขาเหมือนมีอะไรจะพูด
“อะไรคะ”
“……..เปล่าครับ ไม่มีอะไร” เขายิ้มให้เธอ “…….พรุ่งนี้เจอกันนะครับ”

กลางดึกคืนนั้น ………..ในความรู้สึกครึ่งหลับครึ่งตื่น……….
เธอพบว่า เธอเพิ่งออกจากสนามบิน เพื่อมาหาคนรักของเธอ ที่มาทำงานที่เชียงใหม่…..หวังให้เขาประหลาดใจ
เธอวางกระเป๋าที่หน้าประตูบ้านพักของเขา แล้วกดกริ่ง
ผู้หญิงคนนึงในชุดนอนเดินมาเปิดประตู…….. “ใครมาเหรอจ๊ะที่รัก” เสียงผู้ชายในบ้านตะโกนถาม
เธอจำได้ว่าเป็นเสียงของคนรักของเธอ
…….เธอรู้สึกเหมือนโลกพังทลาย
…….เธอหันหลังวิ่งโซเซจากมา ทั้งๆที่ไม่รู้ว่าตัวเองจะไปไหน
ไม่รู้แม้กระทั่งว่าน้ำตามันไหลออกมาเมื่อไหร่ ……..เธอมองไม่เห็นทางข้างหน้า
……..เอี้ยดดดดด……….เสียงเบรคของรถดังสนั่น!!!!

เธอตกใจสะดุ้งตื่น พร้อมน้ำตาที่อาบไปทั้งหน้า เหงื่อชุ่มไปทั้งตัว
แต่ที่ทำให้เธอตกใจกว่านั้นคือ…….เธอไม่รู้ว่าที่นี่คือที่ไหน และเธอมาอยู่ที่นี่ได้ยังไง
ตอนนั้นเอง…………..ความทรงจำของเธอกลับมา…………………….

คืนนั้น เธอรีบติดต่อทางบ้านและเพื่อนสนิท
จึงรู้ว่าเธอหายตัวไปเกือบๆ สองเดือน ทุกคนตามหาเธอกันจ้าละหวั่น
เช้าวันรุ่งขึ้น พ่อแม่ และเพื่อนสนิท บินจากกรุงเทพฯ มารับเธอ

“ฉันเป็นห่วงแกแทบแย่” เพื่อนสนิทของเธอพูดขึ้นระหว่างเก็บของ
“หมดเคราะห์หมดกรรมไปซักทีนะแก กลับบ้านไปพักให้สบายใจ …….
ผู้ชายเลวๆคนเดียว ปล่อยมันไปเถอะว่ะ…….
ดูดิขนาดชั้นโทรไปบอกมัน มันยังไม่มาเยี่ยมแกเลย ทั้งๆที่มันเป็นต้นเหตุแท้ๆ”
………“อือ” เธอตอบอย่างเลื่อนลอย
“ เมื่อก่อนนะ ทะเลาะกับมันทีไร เห็นแกจะเป็นจะตายได้ให้ได้เลย
พอเห็นแกทำใจได้อย่างนี้ค่อยโล่งใจหมดห่วงหน่อย ต้องเข้มแข็งอย่างนี้สิ”
……….“อือ ขอบใจแกมากนะ” …………………………………..

“ร่มคันนี้ของใครวะแก…เก่าจัง ทำไมมาอยู่ในตู้ของแกได้” เพื่อนเธอพูดขึ้นขณะเก็บเสื้อผ้าจากตู้
………….“ไม่รู้สิ” เธอตอบ แม้จะคุ้นตาอยู่บ้าง แต่เธอนึกไม่ออก
“ชั้นว่าคงเป็นของคนไข้คนก่อนทิ้งไว้………….ทิ้งไปละกัน” …………….

ก่อนออกจากห้อง เธอหันมองร่มคันนั้น ในถังขยะอยู่ครู่นึง
“มีอะไรเหรอลูก ลืมอะไรมั้ย” แม่ของเธอถาม
………….“เปล่าคะ…..ไม่มีอะไรหรอกค่ะแม่”

เธอ …….จากไปในเย็นวันนั้น
เช่นเดียวกันกับ เขา ที่จากไปในเย็นวันเดียวกัน…………………..

เธอกลับมาทำงานได้หลายเดือนแล้ว…………………………
ใช้ชีวิตกับเพื่อนๆ ลืมความผิดหวัง กลับมาแจ่มใส ยิ้มแย้มได้อีกครั้ง
ทุกๆอย่างกลับมาเป็นปกติเหมือนเก่า

มีแค่ความรู้สึกเล็กๆน้อยๆบางอย่างเท่านั้นที่เปลี่ยนแปลงไป

……….เธอมักมองหาส้ม เวลาเปิดตู้เย็น
……….เธอมักชอบใช้เวลาตอนเย็น ไปเดินเล่นในสวนใกล้บ้าน

และในวันที่ฝนตก เธอมักจะรู้สึกว่า…ครั้งนึง ณ.สถานที่แห่งหนึ่ง ที่ไกลโพ้น…เธอเคยเดินข้างใครคนหนึ่งใต้ร่มสีเทา

ເອີ້ວະອ່ານແລ້ວກະຄິດຮອດໃຜຄົນຫນື່ງຕອນຝົນລິນນີ້ແຫລະນໍ້ ລາວກະຢູ່ໄກແສນໄກ ເຫີ່….ປານນີ້ຊິເປັນແນວໃດ໋ ປານໃດ໋ຊິກັບມາ
ກອບປີ້ມາຈາກ FWM

ຄວາມຮູ້ສຶກສັບສົນກັບຊີວິດ ບໍ່ຮູ້ທາງຊິໄປເບື່ອຫມົດທຸກອັນທຸກແນວ ໃຜກະບໍ່ເຂົ້າໃຈເຮົາ……….
ເອີ້ເນາະຊີວິດເຮົາ….ມັນກະຄືກົງລໍ້ອັນຫນື່ງມຸນໄປມຸນມາ ໂຊກດີ….ຊວຍ……ໂຊກດີ…….ຊວຍ….ຊວຍ…ຊວຍ….ຊວຍ….ຊວຍ…….ໂຊກດີ…..ຊວຍ
ມັນຈະສະລັບກັນໄປມາແຕ່ວ່າ ຊວຍນິຮູ້ສຶກຈະຫລາຍກ່ອນໂຊກ……ຫລືມັນເປັນເພາະກຳນໍ້……ຕອນນີ້ເມື່ອຍແລະທໍ້ກັບຊີວິດແຮງ ຄົນໃນສັງຄົມທຸກມື້ກໍ່ເອົາປຽບກັນຫລາຍ
ຄົນລວຍກະລວຍຄົນບໍ່ມີອັນຊິກິນກະບໍ່ມີເອົາຊື່ໆ ເປັນຫຍັງບໍ່ຄິດຫາກັນແດ່ນໍ້ ເພາະຫຍັງນໍ້……ຫລືເພາະຄິດວ່າ ມັນເປັນຫຍັງກັບເຮົາເປັນຫຍັງຕ້ອງເພື່ອແພ່…..ເຫີ່

ນີ້ກະແຄ່ສ່ວນນ້ອຍໆຂອງຄວາມຮູ້ສຶກຂອງຊາຍຄົນຫນື່ງທີ່ບໍ່ມີອັນຊິເຮັດບໍ່ມີບ່ອນໄປແລະບໍ່ມີໃຜເຂົ້າໃຈຫາມິດແທ້ຈັກຄົນກໍ່ບໍ່ມີ……….

ມື້ນີ້ຕອນແລງຍ່າງຫລີ້ນຫນ້າຮ່ອມບ້ານ ເຫັນກົກໄມ້ກົກຫນື່ງ……..ມັນໃຫຍ່ແລະບໍ່ມີໃບແຕ່ມັນກະຍັງໃຫ້ຮົ່ມໄດ້…….ທັງໆທີ່ຄົນໄປຖີ້ມຂີ້ເຫຍື້ອໃສ່ທຸກມື້

ໂດດດ່ຽວ

ນີ້ແຫລະເນາະຊີວິດ